ການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ວັນທີ 18 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຕີລາຄາໝາກຜົນ 2 ປີແຫ່ງການປະຕິບັດມະຕິຂອງລັດຖະບານ

ກ່ຽວກັບການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ.

ການພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ທີ່ກອງປະຊຸມ (ພາບ: VGP)

    ກອງປະຊຸມຄັ້ງນີ້ ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານສຳລັບການພັດທະນາຂອງເຂດທົ່ງພຽງທີ່ມີປະຊາກອນກວມເອົາ 20% ໃນທົ່ວປະເທດ, ປະກອບສ່ວນ 18% GDP ແຫ່ງຊາດ ແຕ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບ 3 ບັນຫາຈຸດສຸມ ສໍາລັບເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເຊິ່ງລວມມີ: ຕີລາຄາກ່ຽວກັບບັນດາວຽກງານທີ່ປະຕິບັດໄດ້, ວຽກງານທີ່ຍັງບໍ່ທັນປະຕິບັດໄດ້ ແລະ ບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ກໍານົດບັນດາໜ້າທີ່ໃຈກາງ, ຈຸດສຸມ ໃນໄລຍະຈະມາເຖິງ; ສະເໜີບັນດາມາດຕະການເພື່ອສ້າງການຜັນປ່ຽນຢ່າງແຮງກວ່າອີກໃນການກະທໍາຂອງຂະແໜງການຂັ້ນຕ່າງໆ, ທ້ອງຖິ່ນ ແລະ ປະຊາຊົນ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ຄວນເນັ້ນໜັກເຖິງສະຕິຄວາມຮັບຮູ້ ແລະ ບົດບາດຂອງວິສາຫະກິດ, ຂອງປະຊາຊົນ ແລະ ວິສາຫະກິດ; ປະຕິບັດຕາມທິດນໍາທີ່ວ່າ “ລັດຖະບານຊຸກຍູ້ - ວິສາຫະກິດກະທໍາ - ປະຊາຊົນຕອບສະໜອງ” ເພື່ອຜັນຂະຫຍາຍເນື້ອໃນຂອງມະຕິສະບັບເລກທີ 120 ຢ່າງມີປະສິດທິຜົນ.

         ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມມິນ ພວມປະກອບ 60% ເຂົ້າໃນ GDP ຂອງ ທັງປະເທດ ແລະ ລະຫວ່າງ 2 ເຂດດັ່ງກ່າວ ແມ່ນມີສາຍພົວພັນນໍາກັນຢ່າງສະໜິດແໜ້ນ ແລະ ບໍ່ອາດຕັດແຍກອອກຈາກກັນໄດ້. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈຶ່ງຊີ້ແຈ້ງວ່າ ການລົງທຶນໃຫ້ແກ່ເຂດທົ່ງພຽງແມ່ນໍ້າຂອງນັ້ນ ກໍແມ່ນການລົງທຶນໃຫ້ເຂດນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ