ການພັດທະນາໝູ່ບ້ານອາຊີບຫວຽດນາມໃນສະໄໝເຊື່ອມໂຍງ

ການພັດທະນາໝູ່ບ້ານອາຊີບຫວຽດນາມໃນສະໄໝເຊື່ອມໂຍງ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
(ພາບ: daidoanket.vn)


 (vovworld) –  ​​ “ໝູ່​ບ້ານ​ອາຊີບ​ຫວຽດນາມ: ມູນ​ເຊື້ອ, ສະພາບ​ຕົວ​ຈິງ ​ແລະ ການ​ພັດທະນາ​ໃນ​ສະ​ໄໝ​ເຊື່ອມ​ໂຍງ”. ນັ້ນ​ແມ່ນ​ຫົວ​ການ​​ໂອ້​ລົມ​ສົນທະນາ​​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/4 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຮັກສາ​ໝູ່​ບ້ານ​ອາຊີບ​ແມ່ນ​ໜ້າ​ທີ່​ຮັກສາວັດທະນະທຳ​ຊົນ​ຊາດ​ຂອງ​ທົ່ວ​ປະ​ເທດ. ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ຜູ້​ແທນ​ຖື​ວ່າ: ຄວນ​ຍູ້​ແຮງ​ການ​ໝູນ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ພິ​ເສດ​ແມ່ນ​ເລື່ອງ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ​ໝູ່​ບ້ານ​ອາຊີບ. ທ່ານ​ລຶວຢຸຍ​ເຢີ່ນ, ປະທານ​ສະຫະ​ສະມາຄົມ​ໝູ່​ບ້ານ​ອາຊີບ​ຫວຽດນາມ, ​ປະກອບ​ຄຳ​ເຫັນ​ວ່າ:

      ​“ເພື່ອ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ໝູ່​ບ້ານ​ອາຊີບ,​ຄວນ​ພິຈາລະນາ​ເປີດ​ກ້ວາງ​ບົດບາດ​ໜ້າ​ທີ່​ວັດທະນະທຳ​ທ່ອງ​ທ່ຽວ​ຂອງບັນດາ​ເຜົ່າ​ຫວຽດນາມ. ບັນດາ​ເຂດ​ງານວາງ​ສະ​ແດງ, ຫໍພິພິດຕະພັນ, ​ຫໍ​ວັດທະນະທຳ​ ຄວນ​ໜູນ​ຊ່ວຍ​ຄ່າ​ໃຊ້​ຈ່າຍ​ສ່ວນ​ໃດ​ສ່ວນ​ໜຶ່ງ ​ເພື່ອ​ວາງສະ​ແດງ​ຜະລິດ​ຕະພັນ, ​ກໍ່ສ້າງບັນດາ​ຫໍພິພິດ​ຕະພັນ​ໝູ່​ບ້ານ​ອາຊີບ ​ແລະ ບູລະນະ​ປະຕິສັງຂອນ​ສະຖານ​ທີ່​ບູຊາ​ບັນດາ​ຜູ້​ກໍ່​ຕັ້ງອາຊີບ”.

        ປະຈຸ​ບັນ ຫວຽດນາມ​ ມີ​ໝູ່​ບ້ານ​ອາຊີບ​ກ່ວາ 5.000 ​ແຫ່ງ. ​ໃນ​ນັ້ນ​ມີ​ໝູ່​ບ້ານ​ອາຊີບ​ຫຼາຍ​ແຫ່ງ​ໄດ້​ໂລກ​ຮູ້ຈັກ​ເຖິງ​ຄື: ​ແພ​ໄໝ ວ້ານຟຸກ, ຮູບ​ແຕ້ມ ດົງ​ໂຮ່, ​ເຄື່ອງ​ປັ້ນດິນ​ເຜົ່າ ບາດ​ຈ່າງ, ຈູ​ເດົ້າ, ​ໄມ້ ​ເຊີນ​ດົ່ງ.
ຂ່າວ/ບົດ​ອື່ນ