ການພົບປະ ແລກປ່ຽນ ສະແດງສິລະປະຢູ່ ແຂວງກວາງຈິ

ການພົບປະ ແລກປ່ຽນ ສະແດງສິລະປະຢູ່ ແຂວງກວາງຈິ - ảnh 1
ຊາວໜຸ່ມຫວຽດນາມໄຕ້ທູບທຽນບູຊາຢູ່ກຳແພງເກົ່າກວາງຈິ
 (ພາບ : tienphong )


Vovworld- ​ເພື່ອ​ເປັນ​ການສະ​ເຫຼີ​ມສະຫຼອງ​ວັນຊາດ​ຫວຽດນາມ 2/9 ​ແລະ 40 ປີ​ແຫ່ງ​ເຫດການ 81 ວັນ ​ແລະ ຄືນ​ປົກ​ປັກ​ຮັກສາ​ກຳ​ແພງ​ເກົ່າ ກວາງ​ຈິ, ຕອນຄ່ຳວັນທີ 1/9 ຢູ່ ກຳ​ແພງ​ເກົ່າ ກວາງ​ຈິ, ໄດ້ດຳເນີນລາຍການ​ພົບ​ປະ​ແລກປ່ຽນ​ສະແດງສິລະ​ປະ ເພື່ອຫວນຄືນຊຸມວັນເດືອນປີທຳການສູ້ຮົບ ທີ່ພິລະ ອາດຫານຂອງລຸ່ນຊາວໜຸ່ມ ນັກສຶກສາທີ່ໄດ້ອອກຈາກໂຮງຮຽນ ໄປສະໜາມຮົບ ເພຶ່ອປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທີ່​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງຊາວໜຸ່ມ ນັກສຶກສາກັບບັນດາ​ຕົວ​ພະຍານ​ປະຫວັດ​ສາດທີ່​ໄດ້​ຮ່ວມ​ຮົບ​ເພື່ອ ປົກ​ປັກ​ຮັກສາ​ກຳ​ແພງ​ເກົ່າ ກວາງ​ຈິ, ​ໄດ້​ວາດ​ພາບ​ເຖິງ​ບັນຍາກາດ​ທີ່​ສະຫງ່າ​ອົງອາດ, ​ເຈດ​ຈຳນົງ​ຕັດສິນ​ໃຈ​ຢ່າງ​ແຂງ​ກ້າ​ຂອງ​ຊາດ​ຫວຽດນາມ. ທ່ານ Le Hoang anh ຮອງ​ປະທານ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​ໃຫ້​ຮູ້​ວ່າ :

   “ ພວກ​ອ້າ​ຍໄດ້​ເສຍສະຫຼະຊີວິດ​ເພື່ອ​ເອກະລາດ​, ອິດສະຫຼະພາບຂອງປະ​ເທ​ດຊາດ, ​ເພື່ອ​ລຸ່ນຄົນ​ໃນ​ປະຈຸ​ບັນ​ມີ​ຊີວິດ​ໃນ​ສັນຕິພາບ, ​ໄດ້​ຄົ້ນ​ຄ້ວາ​ຮຳ່ຮຽນ. ລາຍການ​ສະ​ແດງ​ສິລະ​ປະ​ນີ້ ກໍ​ເປັນ​ການສະ​ແດງ​ຄວາມ​ຮູ້​ບຸນຄຸນ ຂອງ​ນັກ​ສຶກສາ​ລຸ່ນປະຈຸ​ບັນ​ທີ່​ມີ​ຕໍ່​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້ ເສຍສະຫຼະ ຊີວິດ​ເພື່ອ​ເອກະລາດ​, ອິດສະຫຼະພາບຂອງປະ​ເທ​ດຊາດ, ນີ້​ຍັງ​ແມ່ນ​ຄຳ​ໝາຍ​ໝັ້ນ​ຕັດສິນ​ໃຈ​ຝຶກ​ຝັນ​ຫຼໍ່​ຫຼອມ​ຮຳ່ຮຽນ, ປະຈັນບານ, ອາສາ​ສະໝັກ, ປະຕິບັດ​ຕາມ​ຄວາມ​ໄຝ່ຝັນ​ທີ່​ແຮງ​ກ້າ​ຂອງ​ພວກ​ອ້າຍ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ປະທານ​ໂຮ່ຈິ​ມິນ​ທີ່​ແສນ​ເຄົາລົບ​ຮັກ ”

ຂ່າວ/ບົດ​ອື່ນ