ການພົບປະກັບບັນດາຜູ້ຊ່ຽວຊານ ການທະຫານໂຊວຽດເກົ່າເຄີຍສູ້ຮົບຢູ່ ຫວຽດນາມ

ການພົບປະກັບບັນດາຜູ້ຊ່ຽວຊານ ການທະຫານໂຊວຽດເກົ່າເຄີຍສູ້ຮົບຢູ່ ຫວຽດນາມ - ảnh 1

(ພາບປະກອບ:baomoi.com)​

( vovworld ) – ຕອນ​ບ່າຍວັນ​ທີ 5/8, ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ​ໄດ້​ຈັດ​ໃຫ້​ມີການ​ພົບ​ປະຄັ້ງທີ 43 ລະຫວ່າ​ງບັນດາ​ຜູ້​ຊ່ຽວຊານ​ການ​ທະຫານທີ່​ເຄີຍ​ຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ຊຸມ​ປີ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ. ກ່າວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Pham Xuan Son ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳສະຫະພັນ​ລັດ​ເຊຍ ຢືນຢັນ​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ບໍ່​ມີ​ວັນ​ຈະ​ຫຼົງ​ລືມການ​ຊ່ວຍ​ເຫຼືອຢ່າງ​ສຸດ​ຈິດ​ສຸດ​ໃຈ, ຄຸນງາມຄວາມດີ ກໍ່​ຄື​ການ​ເສຍສະຫຼະ ​ແລະ ​ຄວາມສູນ​ເສຍ​ຊື່​ງປະຊາຊົນ​ໂຊ​ວຽດ​ເກົ່າ​ໄດ້ສະຫງວນ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ​ໃນ​ຊຸມ​ປີ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ. ສ່ວນ​ທ່ານພົນ​ໂທ Anatoli Khjupenen ປະທານ​ສະມາຄົມ​ບັນດາ​ນັກ​ຮົບ​ເກົ່າ​ເຫຼົ່າ​ທັບ​ອາກາດ ​ໄດ້​ກ່າວ​ວ່າ:

   “ພວກ​ເຮົາ​ບໍ່​ມີ​ວັນ​ທີ່​ຈະຫຼົງ​ລືມ​ໄດ້ ​ແລະ ພວກ​ເພື່ອນ​ໄດ້​ຈັດຕັ້ງງານ​ພົບ​ປະ​ເຫຼົ່ານີ້​ແມ່ນ​ຖືກຕ້ອງ​ທີ່​ສຸດ. ປະຊາຊົນ ​ແລະ ບັນດານັກ​ການ​ທູດ​ລ້ວນ​ແຕ່​ຮັບພາລະ​ໜ້າ​ທີ່​ຂອງ​ຕົນ. ພວກ​ເຮົາ​ທຸກ​ຄົນ​ຈະ​ສູ້​ຊົນ​​ເພື່ອພັດທະນາ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ

ຂ່າວ/ບົດ​ອື່ນ