ການ​ພົບ​ປະ​ກັບ​ສະມາຄົມ​ ນັກທຸລະກິດ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ

ການ​ພົບ​ປະ​ກັບ​ສະມາຄົມ​ ນັກທຸລະກິດ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ - ảnh 1

ທ່ານ Nguyen Quoc Cuong ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ

(ພາບ: baotintuc.vn)

( vovworld ) ​ຕອນ​ເຊົ້າວັນ​ທີ 3/4, ສະ​ຖານ​ທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້ ຈັດການ​ພົບ​ປະ​ກັບ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ຂໍ້​ມູນ​ຂ່າວ​ຫລ້າ​ສຸດກ່ຽວ​ກັບ​ນະ​ໂຍບາຍ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ ພ້ອມ​ທັງ​ຕອບ​ບັນດາ​ຂໍ້ຂ້ອງ​ໃຈ​ຂອງ​ບັນດາ​ນັກທຸລະກິດ​ເປັນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ. ທ່ານ Nguyen Quoc Cuong ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ ຊື່​ງ ສະມາຄົມ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​​ໃຫ້ສະມາຄົມ​ຕ້ອງ​ຍູ້​ແຮງ​ບົດບາດ​ເປັນ​ຂົວ​ຕໍ່​ໃຫ້​ບັນດາ​ນັກ​ທຸລະ​ກິດ​ອາ​ເມ​ລິ​ກາ ມາ​ລົງທຶນ​ຢູ່​ຫວຽດນາມ ​ແລະ ບັນດາ​ນັກ​ທຸລະ​ກິ​ດຫວຽດນາມ ​ໄປ​ຊອກ​ຫາ​ກາລະ​ໂອກາດ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ອາ​ເມ​ລິ​ກາ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ພົບ​ປະຄັ້ງນີ້, ທ່ານ​ນາງ Nguyen Thanh Tuyen ຜູ້ຕາງໜ້າ​ບໍລິສັດ​ອະສັງຫາລິມະ​ຊັບ P&Tຢູ່​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ ​ເມື່ອສະຖານທູດ​ໄດ້​ຈັດການ​ພົບ​ປະ​ແລກປ່ຽນ​ນີ້ ​ເພື່ອ​ໃຫ້​ນັກທຸລະກິດ​ສອງ​ປະ​ເທດ​ສາມາດ​ພົບ​ປະກັນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື. ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ການພົບປະຄື​ແນວ​ນີ້ຈະ​ຖືກ​ຈັດ​ຂຶ້ນ​ເປັນ​ປະຈຳ ​ແລະ ມີ​ການ​ເຜີຍ​ແຜ່​ຢ່າງ​ກ້ວາງ​ຂວາງ​ກ່ວາ​ອີກ ​ເພື່ອ​ສ້າງກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຕື່ມ​ອີກໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຈະ​ມີ​ຂໍ້​ມູນ​ຂ່າວ​ຕື່ມ​ອີກ ກ່ຽວ​ກັບ​ນະ​ໂຍບາຍ​ດ້ານ​ເສດຖະກິດ​ຂອງ​ລັດ ​ແລະ ການຮ່ວມ​ມື

    ສະມາຊິກ​ຫຼາຍ​ທ່ານ​ຂອງ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ຢູ່​ອາ​ເມ​ລິ​ກາ ​ຖື​ວ່າ: ປະຈຸ​ບັນ, ສະພາບ​ແວດ​ລ້ອມ​ແຫ່​ອງການ​ລົງ​ທຶນ​ຂອງ​ຫວຽດນາມ ​ແມ່ນ​ດີ​ພໍ​ສົມຄວນ. ທ່ານ Andre ນັກທຸລະກິດ​ຊາວ​ອາ​ເມ​ລິ​ກາ ຜູ້​ໄດ້​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ເປັນ​ເວລາ​ຫຼາຍ​ປີ ​ແລະ ​ປະຈຸ​ບັນ ​ແມ່ນ​ຫົວ​ຫນ້າ​ຜູ້ຕາງໜ້າ​ຂອງ​ບໍລິສັດ​ເຄື່ອງ​ອຸປະກອນ​ຕອງ​ນ້ຳ Arteron ຖື​ວ່າ:

  “ຫວຽດນາມ​ ໄດ້ສົ່ງ​ເສີມ ​ແລະ ​ເພີ່ມ​ທະວີ​ການ​ປັບປຸງນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບ ໝາຍ​ຄວາມ​ວ່າ ຫລຸດຜ່ອນ​ໄພ​ສໍ້​ລາດ​ບັງ​ຫຼວງ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ຄວາມ​ສາມາດ​ແກ່ງ​ແຍ້​ງກັບປະ​ເທດ​ອື່ນໆໃນ​ພາກ​ພື້ນ​ປາຊີ​ຟິກ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້

ຂ່າວ/ບົດ​ອື່ນ