ການພົບປະຂອງນັກຮົບເກົ່າລັດເຊຍເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ

ການພົບປະຂອງນັກຮົບເກົ່າລັດເຊຍເຄີຍເຂົ້າຮ່ວມສົງຄາມຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 19/4, ສະຖານທູດ ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ສັງຄົມ​ຂອງ ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ ​​ຈັດ​ຕັ້ງ​ການ​ພົບ​ປະ​ບັນດາ​ນາຍ​ທະຫານ ລັດ​ເຊຍ ທີ່​ເຄີຍ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ ອາ​ເມ​ລິ​ກາ ຂອງ ປະຊາຊົນ ຫວຽດນາມ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ 30/4. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ສະຫະພັນ ລັດ​ເຊຍ ຟ້າ​ມຊວນ​ເຊີນ ຢືນຢັນ​ວ່າ: ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ​ການ​ຊ່ວຍ​ເຫຼື​ອອັນ​ໃຫຍ່​ຫຼວງ​ເຊິ່ງກ​ອງທັບ ​ແລະ ປະຊາຊົນ ​ໂຊ​ວຽດ ສະຫງວນ​ໃຫ້​ແກ່ ຫວຽດນາມ ​ໃນ​ບັ້ນ​ຮົບ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ, ​ໃນ​ນັ້ນ​ໄດ້​ສົ່ງບັນດາ​ຜູ້​ທີ່​ມີ​ຄວາມ​​ເກັ່ງກ້າ​ສາມາດ​ທີ່​ສຸດ​ເຖິງ ຫວຽດນາມ ​ເພື່​ອຝຶກ​ອົບຮົມ​​ໃຫ້​ບັນດາ​ນັກຮົບ ຫວຽດນາມ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ​ໃນ​ສົງຄາມ.

    ​ໃນ​ຂະນະ​ນັ້ນ, ບັນດາ​ນັກຮົບ​ເກົ່າ ລັດ​ເຊຍ ​ໄດ້ ​ຫວນຄືນ​ອະນຸສອນ​ທີ່​ບໍ່​ສາມາດ​ຫຼົງ​ລືມ​ໄດ້​ໃນ​ໄລຍະ​​ເວລາ​ທີ່​ຍັງຮຽງ​ບ່າ​ຮຽງ​ໄລ່​ພ້ອມກັບ​ບັນດາ​ນັກຮົບ ຫວຽດນາມ ​ໃນ​ການ​ຕໍ່ຕ້ານ​ຕ້ານ ອາ​ເມ​ລິ​ກາ. ບັນດາ​ຜູ້​ແທນ​ຍັງ​ຢືນຢັນ​ວ່າ: ນ້ຳ​ໃຈ​ມິດຕະພາບ ​ແລະ ກາ​ນພົວພັນ ລັດ​ເຊຍ - ຫວຽດນາມ ​ແມ່ນ​ມີ​ມາ​​ແຕ່​ດົນ​ນານ ​ແລະ ​ໄດ້​ຜ່ານ​ຜ່າ​ການ​ທ້າ​ທາຍຫຼາຍ​ຢ່າງ, ພ້ອມ​ທັງ​ຮຽກຮ້ອງ​​ໃຫ້ລຸ້ນຄົນ​ຕໍ່​ໄປ​ສືບ​ຕໍ່​ຮັກສາ, ພັດທະນາ​ການ​ພົວພັນ​ຖານອ້າຍ​ນ້ອງ​ທີ່​ໃກ້ຊິດສະໜິດ​ແໜ້ນຕິດ​ພັນ​ນີ້.

       

ຂ່າວ/ບົດ​ອື່ນ