ການພົບປະປະຈຳປີລະຫວ່າງລັດຖະມົນຕີຊ່ວຍວ່າການການຕ່າງປະເທດຫວຽດນາມ-ຈີນ

ການພົບປະປະຈຳປີລະຫວ່າງລັດຖະມົນຕີຊ່ວຍວ່າການການຕ່າງປະເທດຫວຽດນາມ-ຈີນ - ảnh 1
ທ່ານ ​ເລ​ຮ່ວາຍ​ຈູງ, ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ
(ພາບ: ອິນເຕີແນັດ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ  16 -17/4, ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ຟູ໋ກວົກ, ທ່ານ ​ເລ​ຮ່ວາຍ​ຈູງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ປະຈຳ​ປີ​ກັບ​ທ່ານ ລຽວ​ເຈິ໋ນໝີ​ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງການ​ຕ່າງປະ​ເທດ​ ຈີນ.

        ທີ່​ການ​ພົບ​ປະ, ສອງ​ຝ່າຍ​ຖື​ວ່າ, ​ໃນ​ປີຜ່ານມາ, ການ​ພົວພັນຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ສືບ​ຕໍ່​ພັດທະນາ​ຢ່າງ​ຕັ້ງໜ້າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ເພີ່ມ​ທະວີ​ການພົບ​ປະ​ແລກປ່ຽນຂັ້ນ​ສູງ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເປີດ​ກວ້າງ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ກັບ​ປະຊາຊົນ; ຍູ້​ແຮງ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ຄວບ​ຄຸມ ​ແລະ ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ຢ່າງ​ສົມ​ເຫດ​ສົມ​ຜົນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ຊາຍ​ແດນ​ທາງບົກ​ລະຫວ່າງ ຫວຽດນາມ - ຈີນ; ປະຕິບັດ​ເປັນ​ຢ່າງ​ດີ ​ແລະ ດຳ​ເນີນ​ການ​ສະຫຼຸບ5 ປີ ​ແຫ່ງ​ການ​ປະຕິບັດ​ເອກະສານ 3 ສະບັບ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງບົກ; ພ້ອມ​ກັນ​ຮັກສາ​ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາຂອງ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ.

        ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນຫາ​ທະ​ເລ, ​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ບັນດາ​ກົນ​ໄກ​ເຈລະຈາ​ທີ່​ມີ​ຢູ່​ແລ້ວ​ໃຫ້ບັນລຸ​ຄວາມຄືບ​ໜ້າ, ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ເຊິ່ງທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ນຳ​ກັນ.

ຂ່າວ/ບົດ​ອື່ນ