ການ​ພົບ​ປະ​ມິດ​ຕະ​ພາບ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ

(VOVWORLD) - ຕອນບ່າຍວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະຖານທູດ ການາດາປະຈຳ ຫວຽດນາມ ຈັດການພົບປະມິດຕະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ  ຫວຽດນາມ - ການາດາ (1973 - 2023).

ການ​ພົບ​ປະ​ມິດ​ຕະ​ພາບ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກາ​ນາ​ດາ - ảnh 1ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: TTXVN)

ຕາມທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາປະຈຳ ຫວຽດນາມ Shawn Perry Steil ແລ້ວ, ການພົວພັນ ຫວຽດນາມ - ການາດາ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາໂດຍອີງຕາມການເພີ່ມພູນຄູນສ້າງສາຍພົວພັນອັນໝັ້ນແກ່ນ ລະຫວ່າງປະຊາຊົນສອງປະເທດ, ແລກປ່ຽນບົດຮຽນປະສົບການ, ສ້າງຄວາມເຫັນດີເຫັນພ້ອມ, ຊອກຫາບັນດາຄຸນຄ່າລວມ ແລະ ຮັກສາການຮ່ວມມືໃນທຸກກໍລະນີ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກຂອງ ການາດາ ຈະຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ຜ່ານນັ້ນ ກໍ່ປັບປຸງການພົວພັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງສອງປະເທດກ່ວາອີກ; ທ່ານຢັ້ງຢືນວ່າ ການາດາ ຍາມໃດກໍ່ກຳນົດ ຫວຽດນາມ ແມ່ນຄູ່ຮວ່ມມືທີ່ສຳຄັນ ເພື່ອປະກອບສ່ວນສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ທີ່ມີຄວາມໝັ້ນຄົງ, ວັດທະນາຖາວອນ, ກົມກຽວ ແລະ ຍືນຍົງກ່ວາ.  

ສ່ວນຝ່າຍ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມງອກ ໄດ້ເນັ້ນໜັ້ກເຖິງບົດບາດຂອງປະຊາຄົມຊາວຫວຽດນາມ ເກືອບ 300.000 ຄົນ ກໍ່ຄືຂອງນັກສຶກສາ ຫວຽດນາມ ເກືອບ 20.000 ຄົນທີ່ພວມຮ່ຳຮຽນຢູ່ ການາດາ, ຖືນີ້ແມ່ນນັກການທູດ, ເປັນຂົວເຊື່ອມຕໍ່, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບຄວາມເຂົ້າໃຈ ແລະ ການສະໜິດຕິດພັນຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ