ການ​ພົບ​ປະ​ວິ​ສາ​ຫະ​ກິດ​ກະ​ສິ​ກຳ ຫວຽດ​ນາມ-ອາ​ເມ​ລິ​ກາ

(VOVWORLD) -  ທີ່ການພົບປະ, ບັນດາຝ່າຍໄດ້ເຊັນຂໍ້ຕົກລົງການຮ່ວມມື 4 ສະບັບ.
ການ​ພົບ​ປະ​ວິ​ສາ​ຫະ​ກິດ​ກະ​ສິ​ກຳ ຫວຽດ​ນາມ-ອາ​ເມ​ລິ​ກາ - ảnh 1(ພາບ: VOV)

     ເນື່ອງໃນໂອກາດການໄປຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ວັນທີ 13 ພຶດສະພາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມື ຈັດການພົບປະເຊື່ອມຕໍ່ວິສາຫະກິດກະສິກຳ ຫວຽດນາມ-ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ. ນະທີ່ນີ້, ທ່ານ ເລມິນຮວານ, ລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

   ຜ່ານເວທີປາໄສຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ຈະເຂົ້າໃຈກ່ຽວກັບຄຳຮຽກຮ້ອງ, ມາດຖານຂອງຕະຫຼາດອາເມລິກາ ກ່ວາອີກ. ເຖິງວ່າ ໃນຊຸມປີຜ່ານມາ, ອາເມລິກາ ແມ່ນຕະຫຼາດນຳເຂົ້າຜະລິດຕະພັນກະເສດຂອງຫວຽດນາມ ຫຼາຍອັນດັບໜຶ່ງ ແຕ່ຍັງມີຄວາມສາມາດບົ່ມຊ້ອນເພື່ອພັດທະນາກ່ວາອີກ.

   ທີ່ການພົບປະ, ບັນດາຝ່າຍໄດ້ເຊັນຂໍ້ຕົກລົງການຮ່ວມມື 4 ສະບັບ, ລວມມີ: ຂໍ້ຕົກລົງການຮ່ວມມື (MOU) ລະຫວ່າງຄູ່ຮ່ວມມືພັດທະນາກະສິກຳແບບຍືນຍົງ ກັບ Pepsico ແລະ Care International ກ່ຽວກັບການເພີ່ມທະວີການຮ່ວມມືຜະລິດທັນຍາຫານຢູ່ຫວຽດນາມ; MOU ລະຫວ່າງແຂວງບັກຢາງ ແລະ ກຸ່ມບໍລິສັດ ERG ກ່ຽວກັບການຊຸກຍູ້ການຄ້າບັນດາຜະລິດຕະພັນກະເສດທ້ອງຖິ່ນ; MOU ລະຫວ່າງບໍລິສັດຫຸ້ນສ່ວນຜະລິດເຄື່ອງເຟີນີເຈີ ໂມກທິ້ງຟາດ ແລະ ບໍລິສັດ Grasslands Farms ກ່ຽວກັບການຊຸກຍູ້ການຄ້າຜະລິດຕະພັນກະເສດ ແລະ MOU ລະຫວ່າງບໍລິສັດສົ່ງອອກນຳເຂົ້າສາກົນ Nevist ຫວຽດນາມ ແລະ AGP ກ່ຽວກັບການສົ່ງເສີມການຄ້າ ແລະການລົງທຶນໃນຂົງເຂດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ