ການພົບປະສັງສັນກັບບັນດານັກຂ່າວ,ຜູ້ຕາງຫນ້າອົງການສື່ມວນຊົນຕ່າງປະເທດປະຈຳຫວຽດນາມ

ການພົບປະສັງສັນກັບບັນດານັກຂ່າວ,ຜູ້ຕາງຫນ້າອົງການສື່ມວນຊົນຕ່າງປະເທດປະຈຳຫວຽດນາມ - ảnh 1
ທ່ານ ຮ່າ​ກີ​ມງອກ ລັດຖະມົນຕີ​ຊ່ວຍ​ວ່າການ
​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ
(ພາບ: TTXVN)

(vovworld) - ບັນ​ດາ​ນັກ​ຂ່າວ ​ແລະ ຜູ້ຕາງໜ້າ​ສື່​ມວນ​ຊົນ​​ບັນດາ​ອົງການ​ຕາງໜ້າ​ຕ່າງປະ​ເທດ​ປະຈຳ ຫວຽດນາມ ​ແມ່ນ​ຂົວ​ເຊື່ອ​ມຕໍ່​ນຳ ຫວຽດນາມ ​​ໃກ້ຊິດ​ກັບ​ໂລກ ​ກວ່າ ແລະ ນຳ​ໂລກ​ໃກ້ຊິດ​ກັບ​ຫວຽດນາມ ກວ່າ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຮ່າ​ກີ​ມງອກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທີ່ ການ​ພົບ​ປະ​ສັງ​ສັນ​ຕົ້ນ​ປີ​ກັບ​ຜູ້ຕາງໜ້າ​ບັນດາ​ສະຖານທູດ, ນັກ​ຂ່າວ ​ແລະ ຜູ້ຕາງໜ້າ​ສື່​ມວນ​ຊົນ​ບັນດາ​ອົງການ​ຕາງໜ້າ​ຕ່າງປະ​ເທດ​ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2016 ​ໂດຍ ກະຊວງ​ການ​ຕ່າງປະ​ເທດ​ ຈັດ​ຂຶ້ນ​ໃນ ວັນ​ທີ 11/1, ຢູ່​ຮ່າ​ໂນ້ຍ. ນະ​ທີ່​ນີ້ ທ່ານ​. ​ ຮ່າ​ກີ​ມງອກ ຍັງເນັ້ນໜັກ​ວ່າ: ​ໃນ​ປີ 2015, ບັນດາ​ນັກ​ຂ່າວ ​ແລະ ຜູ້ຕາງໜ້າ​ສື່​ມວນ​ຊົນ​ບັນດາ​ອົງການ​ຕາງໜ້າ​ຕ່າງປະ​ເທດ​ປະຈຳ ຫວຽດນາມ ​ແມ່ນ​ຜູ້​ຕິດຕາມ​ແຕ່ລະ​ເຫດ​ການ, ສ່ອງ​ແສງຄວາມ​ເປັນ​ຈິງ ​​ແລະ ​ໃຫ້ຂ່າວ​ກ່ຽວ​ກັບ​ສະພາບ​ ຫວຽດນາມ ​ຢ່າງ​ທັນ​ການ. ທ່ານ ຮ່າ​ກີ​ມງ້ອກ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ໄດ້ຮັບ​ຄວາມ​ສົນ​ໃຈ ​ແລະ ໜູນ​ຊ່ວຍ​ຈາກບັນດາ​ສະຖານທູດ, ນັກຂ່າວ ​ແລະ ຜູ້ຕາງໜ້າ​ສື່​ມວນ​ຊົນ​ບັນດາ​ອົງການ​ຕາງໜ້າ​ຕ່າງປະ​ເທດ​ປະຈຳ ຫວຽດນາມ ​ເພື່ອ​​ໃຫ້ເພື່ອນ​ມິດ​​​ໃນໂລກ​ເຂົ້າ​ໃຈ​ແຈ້ງ ​ແລະ ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ການ​ຂອງ ຫວຽດນາມ ​ໃນ​ທຸກ​ດ້ານ.

 

ຂ່າວ/ບົດ​ອື່ນ