ການ​ພົບ​ປະ​ສັງ​ສັນ​​ກັ​ບອະ​ດີດ​ນັກ​ຊ່ຽວ​ຊານ A50 ຊ່ວຍ​ເຫຼືອ ກໍ​າ​ປູ​ເຈຍ

(VOVWORLD) -ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດງານພົບປະສັງສັນກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ ໄລຍະ 1979 – 1989.
ການ​ພົບ​ປະ​ສັງ​ສັນ​​ກັ​ບອະ​ດີດ​ນັກ​ຊ່ຽວ​ຊານ A50  ຊ່ວຍ​ເຫຼືອ ກໍ​າ​ປູ​ເຈຍ - ảnh 1ການພົບປະສັງສັນກັບອະດີດນັກຊ່ຽວຊານ A50  ຊ່ວຍເຫຼືອ ກໍາປູເຈຍ (ພາບ: VOV)

ກ່າວຄຳເຫັນໃນງານພົບປະ, ພົນຕີ ຫງວຽນວັນນາມ, ຫົວໜ້າກອງບັນຊາການທະຫານນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງຄະນະນັກຊ່ຽວຊານ A50 ຫວຽດນາມ ບັນລຸໄດ້. ພາຍຫຼັງ ຊ່ວຍເຫຼືອ ກຳປູເຈຍ ມາເປັນເວລາ 10 ປີ, ໄລຍະແຕ່ປີ 1979 – 1989, ບັນດານັກຊ່ຽວຊານ, ພະນັກງານ, ພາລະກອນຄະນະ A50 ໄດ້ປະຕິບັດສຳເລັດພັນທະສາກົນເປັນຢ່າງດີ, ຊ່ວຍຟື້ນຟູ, ສ້າງສານະຄອນຫຼວງ ພະນົມເປັນ ຄືນໃໝ່ຢ່າງຮອບດ້ານ, ເປັນປະຖົມປັດໄຈເພື່ອໃຫ້ນະຄອນຫຼວງພັດທະນາກາຍເປັນເມືອງຫຼວງທີ່ຮັ່ງມີເຂັ້ມແຂງຂອງ ລາຊະອານາຈັກ ກຳປູເຈຍ ຄືວັນນີ້, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບເລິກເຊິ່ງ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ