ການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດ

ການພົບປະສັງສັນເນື່ອງໃນໂອກາດສະເຫລີມສະຫລອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມ​ການ​ພົ​ບ​ປະ​ສັງ​ສັນ

(vovworld)- ​ ​​ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ເພື່ອ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ດາ​ຫນັງ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 30/12. ທ່ານ​ຮອງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຮີ່ງງອກ​ເຊີນ ຢືນ​ຢັນ​ວ່າ: ສະ​ພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງກັບ​ຊາດ, ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຊື່ງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ລະ​ບຸ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ຮອງ​ທານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ ດາ​ຫນັງ ແລະ ແຂວງ ກວ໋າງ​ນາມ ໃນ​ບັນ​ດາ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.

        “ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນ​​ຊຸດ​ຕ່າງຂອ​ງ​ສ​ະ​ພາ​ແຫ່ງ​ຊາດ ລ້ວນ​ແຕ່​ເຊີດ​ຊູຄວາມ​ຮັບ​ຜິດ​ຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຕໍ່​ປະ​ຊາ​ຊົນ​ນະ​ຄອນ, ສຳ​ເລັດ​ຫນ້າ​ທີ່​ຂອງ​ຜູ​້​ຕາງ​ຫນ້າ​ໃຫ້​ປະ​ຊາ​ຊົນ. ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ນະ​ຄອນ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ໃນຜົນ​ງານ​ລ​ວມ​ຂອງການ​ເຄື່ອນ​ໄຫວ​ສະ​ພາ​ແຫ່ງ​ຊາດ, ສຳ​ເລັດ​ພາ​ລະ​ຫນ້າ​ທີ່​ຜ​ູ້​ຕາງ​ຫນ້າ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ໃນນະ​ຄອນ.”

 

ຂ່າວ/ບົດ​ອື່ນ