ການພົບປະສົນທະນາຍຸດທະສາດ ຫວຽດນາມ - ລັດເຊຍ ຄັ້ງທີ 5

ການພົບປະສົນທະນາຍຸດທະສາດ ຫວຽດນາມ - ລັດເຊຍ ຄັ້ງທີ 5 - ảnh 1


(vovworld) -  ວັນ​ທີ 7/12 ຢູ່ ນະຄອນ ​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນທະນາ​ຍຸດ​ທະ​ສາດ​ການ​ທູດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ຫວຽດນາມ - ລັດ​ເຊຍ ປະຈຳ​ປີ​ຄັ້ງ​ທີ 5. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ​ໂຮ່ຊວນ​ເຊີນ ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງການ​ຕ່າງປະ​ເທດ ຫວຽດນາມ ນຳ​ຫນ້າ. ຄະນະ​ຜູ້​ແທນ ລັດ​ເຊຍ ​ໂດຍ​ທ່ານ A.I. Denisov ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ນຳ​ຫນ້າ. ​ນະ​ທີ່​ນີ້ ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້ກັນ​ຊັບ​ສະພາບ​ການ​ຢູ່​ແຕ່ລະ​ປະ​ເທດ ​ແລະ ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ນອກ​ນັ້ນ ສອງ​ຝ່າຍ​ກໍ​ໄດ້​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກ່ຽວກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ການ​ຮ່ວມ​ມື​ປະສານ​ສົມທົບ​ກັນ​ໃນການ​ເຄື່ອນ​ໄຫວ​ລະຫວ່າງ​ສອງ​ປະ​ເທດ​ທີ່ ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອ່ືນ ພິ​ເສດ​​ໃນ​ບັນດາ​ກົນ​ໄກ​ຮ່ວມ​ສຳພັນ​ຂອງ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ