ການພົບປະສົນທະນາ“ບົດຮຽນຈັດຕັ້ງການປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ”

ການພົບປະສົນທະນາ“ບົດຮຽນຈັດຕັ້ງການປະຕິບັດລັດຖະທຳມະນູນຂອງຍີ່ປຸ່ນ” - ảnh 1
ນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe
photo:internet


(vovworld)-  ​ ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ຫ້ອງການ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ຮ່ວມ​ມື​ສາກົນ​ຍີ່​ປຸ່ນ (JICA), ວັນ​ທີ 14/2, ຫ້ອງການ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ “ບົດ​ຮຽນການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ​ຂອງ​ຍີ່​ປຸ່ນ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງຫນ້າສະພາ​ປະຊາຊົນ, ບັນດາ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ອົງການ​ຂອງ​ລັດຖະບານ​ຈຳນວນ​ຫນຶ່ງ ​ແລະ ບັນດາ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ລັດຖະທຳ​ມະນູນ​ຂອງ​ຍີ່​ປຸ່ນ ​.

ກ່າວ​ຄຳ​ເຫັນ​ໄຂ​ການ​ພົບ​ປະ​ສົນທະນາ, ທ່ານ ຫງວຽນ​ຊີ​ຢູງ, ຮອງ​ຫົວຫນ້າ​ຫ້ອງການ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຫາກ​ໍ່​ໄດ້​ຮັບຮອງ​ເອົາ ມີ​ການ​ປ່ຽນ​ແປງ​​ໃຫມ່​ຫລາຍ​ຢ່າງ ​ແລະ ມີ​ບັນດາ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ລະບອບ​ນະ​ໂຍບາຍ. ​ເພື່ອ​ໃຫ້​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ລາຍການ​ຮອບດ້ານ​​ເພື່ອ​ຫັນ​ບັນດາ​ມາດຕາ​ໃນ​ລັດຖະທຳ​ມະນູນ​ເປັນ​ລະອຽດ.

“ການ​ພົບ​ປະ​ສົນທະນາ​ມີ​ຄວາມ​ໝາຍ​ສະຫນອງ​ບົດຮຽນ​ຜັນ​ຂະຫຍາຍ​ລັດຖະທຳ​ມະນູນ​ຂອງ​ຍີ່​ປຸ່ນຄື​ແນວ​ໃດ. ດ້ວຍ​ການ​ຜັນ​ຂະຫຍາຍລັດຖະທຳ​ມະນູນ​ໃຫມ່​ຂອງ​ຍີ່​ປຸ່ນ ​ແມ່ນ​ພື້ນຖານ​ເພື່ອ​ນຳ​ຍີ່​ປຸ່ນຈາກປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ກາຍ​ເປັນ​ປະ​ເທດ​ຊັ້ນ​ນຳ​ກ່ຽວ​ກັບ​ວັດທະນາຖາວອນ ​ແລະ ພັດທະນາ​ຂອງ​ໂລກ.”

 

 

 

ຂ່າວ/ບົດ​ອື່ນ