ການພົບປະສ້າງສັນກັບ ພະນັກງານຂັ້ນສູງ ບຳນານເຂດພາກໃຕ້

ການພົບປະສ້າງສັນກັບ ພະນັກງານຂັ້ນສູງ ບຳນານເຂດພາກໃຕ້ - ảnh 1

(ພາບ: vov.vn)

(vovworld)-​​​​ ​ ​ ວັນ​ທີ 15/10, ຢູ່​ນະຄອນ​ໂຮ່ຈິ​ມິນ, ກົມ​ການ​ເມືອງ​ໄດ້​ຈັດ​ການພົບ​ປະ​ສ້າງສັນກັບ​ພະນັກງານຂັ້ນສູງ​ຂອງ​ພັດ ​ແລະ ລັດ ຊື່​ງ​ໄດ້​ອອກ​ກິນ​ເບັ້ຍ​ບຳນານ​ເຂດ​ພາກ​ໃຕ້​ເພື່ອ​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ; ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ລັດ​ໃນ​ໄລຍະ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຊີ້​ແຈງ​ວ່າ: ໜ້າ​ທີ່​ໃນ​ປີ 2014-2015 ຂອງ​ຫວຽດນາມ ​ແມ່ນ​ສືບ​ຕໍ່​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ, ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຟື້ນ​ຟູ​ລະດັບການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ແກ່ງ​ແຍ້​ງບົນ​ພື້ນຖານ​ຍູ້​ແຮງ​ການ​ປະຕິບັດ 3 ບຸກທະລຸ​ຍຸດ​ທະ​ສາດຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ປົວ​ແປງ​ຊີວິດ​ຂອງ ປຊຊ. ຮັກສາ​ສະພາບ​ການ​ເມືອງ ແລະ ສັນຕິພາບ​ເປັນ​ປົກກະຕິ ​​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ຮັກ​ສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາ​ດ, ປົກ​ປັກ​ຮັກສາ​ພັກ, ລັດ, ປຊຊ ​ແລະ ລະບອບ​ສັງຄົມ​ນິຍົມ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​ວ່າ, ບັນດາ​ອະດີດ​ການ​ນຳ​ຈະ​ສືບຕໍ່ປະກອບ​ບົດຮຽນ, ປະສົບ​ການ, ພູມ​ປັນຍາ​ພ້ອມ​ກັບ​ພັກ, ລັດ ຊີ້​ນຳ​ນຳພາ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ກໍ່ສ້າງ​ພັກ, ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ