ການ​ພົບ​ປະ​ສ້າງສັນ​ບັນດາ​ນັກຮຽນ​ອະນຸຊົນ​ການທະຫານ

ຕອນ​ເຊົ້າ​ວັນ​ທີ 4/1/2012, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ສ້າງສັນ​ບັນດາ​ນັກຮຽນ​ອະນຸຊົນ​ການທະຫານ​ຫວຽດນາມລຸ້ນ ຕ່າງໆ ​ເນື່ອງ​ໃນ​ໂອກາດ​ປີ ​ໃຫມ່ 2012.  ຈາກ​ແນວ​ຄວາມ​ຄິດ​ຂອງ​ທ່ານ​ປະທານ ​ໂຮ່ຈິ​ມີນ, ປີ 1949 ​ໂຮງຮຽນ​ອະນຸຊົນ​ການ​ທະຫານ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຢູ່ ຫວຽດບັກ. ຜ່າ​ນການ​ເຄື່ອນ​ໄຫວ, ອະນຸຊົນ​ການ​ທະຫານລຸ້ນຕ່າງໆ ​ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​​ໃຫ​້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ນະ​ພິທີ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ປາດ​ຖະຫນາ​ວ່າ ອະນຸຊົນ​ການ​ທະຫານ​ລຸ້ນຕ່າງໆ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ອະນຸຊົນ​ການ​ທະຫານ​ຫວຽດນາມ ສືບ​ຕໍ່​ປະກອບສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ສະ​ເຫ​ນີ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ສຶກສາ​ບຳລຸງ​ສ້າງ ​ແລະ ຄະນະ​ຊາວ​ຫນຸ່ມ​ຄອມ​ມູນິດ ​ໂຮ່ຈິ​ມີນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຄວນ​ສົມທົບກັນ​ຄົ້ນ​ຄ້ວາ, ສະຫລຸບ​ເພື່ອ​ທະວີຄູນ​ຮູບ​ແບບ​ບຳລຸງ​ສ້າງ​ນີ້​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ກາຕ້ອນຮັບ​ຄະນະ​ຜູ້​ແທນ​​ຜູ້​ມີ​ຍົດ​ຖາບັນດາສັກ​ການ​ນຳບັນດາສະມາຄົມ​ສາສະໜາ ກາວ​ດາຍ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ຄ​.ສ 2012.  ບາດ​ຫຼວງ  ​ເຈີ​ນດຶດດັງ ພ້ອມ​ກັບ​ບັນດາຜູ້​ມີ​ຍົດ​ຖາບັນດາສັກ​ໃນບັນດາສະມາຄົມ​​ສາສະໜາ ກາວ​ດາຍ ກໍ່​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ, ລັດ ​ທີ່ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສາສະ​ນິກກະ​ຊົນ ກາວ​ດາຍ ​ເຄື່ອນ​ໄຫວ​ສາສະໜາ​ເພື່ອຊາດ. ດ້ວຍ​ຈິດ​ໃຈ​ຮັບ​ໃຊ້​ສາສະໜາ, ຮັກ​ຊາດ, ຜູກ​ພັນ​ກັບ​ຊາດ, ​ເຄົາລົບ​ກົດໝາຍ, ບັນດາສາສະ​ນິກກະ​ຊົນ ກາວ​ດາຍ ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ດ້ານ​ສັງຄົມ​ຢ່າງ​ຕັ້ງໜ້າ, ​ໄດ້​ປະກອບ​ເງິນ 15 ຕື້​ດົງ​ເພື່ອທຳ​ການ​ກຸສົນ​​ໃຫ້​ແກ່ສັງຄົມ​​ໃນແຕ່ລະ​ປີ ​ແລະ ອື່ນໆ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າໃນ​ໄລຍະ​ທີ່​ຈະ​ມາ​ເຖິງບັນດາຜູ້​ມີ​ຍົດ​ຖາບັນດາສັກ, ການ​ນຳ ບັນດາສະມາຄົມ​​ສາສະໜາ ກາວ​ດາຍ ຈະເປີດ​ກວ້າງ​ການ​ພົວພັນ​ແລກປ່ຽນ, ຂົນ​ຂວາ​ຍສາສະ​ນິກກະ​ຊົນ​ສ້າງ​ຄວາມສາມັກຄີ​​ໃນສາສະໜາ, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສັງຄົມຢ່າງ​ຕັ້ງໜ້າ.
ຂ່າວ/ບົດ​ອື່ນ