ການພົບປະເຈລະຈາ ຂັ້ນສູງຫວຽດນາມ- ສິງກະໂປ

ການພົບປະເຈລະຈາ ຂັ້ນສູງຫວຽດນາມ- ສິງກະໂປ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ
ແລະ ທ່ານ​ນາຍົກລັດຖະມົນຕີ ສິງກະ​​ໂປ ຫຼີຊຽນຫຼົງ
(ພາບປະກອບ)



 (vovworld)-  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ, ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ ສິງກະ​ໂປ ​ໄດ້​ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 11-13/9. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11/9, ພາຍຫຼັງ​ພິທີ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ພ້ອມ​ດ້ວຍ​ພັນ​ລະ​ຍາ ຢ່າງ​ເປັນທາງ​ການ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ.

  ​ແລກປ່ຽນ​ກ່ຽວກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ໂດຍ​ຖື​ວ່າ: ສອງ​ຝ່າຍ​ຄວນ​ຮັກສາການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ​ ​ແລະ ທຸກຂັ້ນເປັນ​ປະຈຳ, ນັບ​ທັງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ​ແລະ ສອງ​ສະພາ​ແຫ່ງ​ຊາດ. ການ​ນຳ​ສອງ​ທ່ານ​ ກໍ່​ໄດ້ ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ​ບຳລຸງ​ສ້າງ; ພະລັງງານ-​ນ້ຳມັນອາຍແກັດ; ກະສິກຳ, ກໍ່ສ້າງ…. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໃຫ້​ຮູ້​ວ່າ:

  “ຂ້າພະ​ເຈົ້າ ​ແລະ ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ໄດ້​ຕົກລົງ​ຈະ​ຍົກ​ລະດັບ​ການ​ພົວພັນ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ສິງກະ​ໂປ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພວກ​ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ ການ​ຜັນ​ຂະຫຍາຍ​ການ​ພົວພັນ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈະ​ສ້າງ​ກຳລັງ​ໜູນ​​ໃໝ່ເພື່ອ​ນຳບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ກໍ່​ຄື​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດ​ມະ​ນາ​ຢູ່​ອາຊີ-ປາຊີ​ຟິກ ​ແລະ ​ໃນ​ໂລກ
  ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ,​ ສອງ​ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ປະສານ​ສົມທົບ ​ແລະ ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ອື່ນ ມາ​ນະພະ​ຍາ​ຍາມ​ຍູ້​ແຮງ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນຢູ່​ພາກ​ພື້ນ ​ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ຢືນຢັນ​ວ່າ:​ສິງກະ​ໂປ​ສືບ​ຕໍ່​ຮ່ວມ​ມື ​ແລະ ສະຫນັບສະຫນູນ​ຫວຽດນາມ ​ໃນ​ວິວັດ​ການ​ເຈລະຈາ TPP. ນາຍົກລັດຖະມົນຕີທັງສອງ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ເນັ້ນ​ຫນັກ​ຄວາມ​ສາມັກຄີ, ບົດບາດ​ຕັ້ງຫນ້າ​ຂອງ​ອາ​ຊຽນ ພ້ອມ​ທັງ​ເຊີດ​ຊູ​ບັນດາ​ຫລັກການ​ລວມຂອງ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ຖະ​ແຫລ​ງ ຍົກ​ການ​ພົວພັນ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ສິງກະ​ໂປ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ.

ກ່ອນ​ການ​ຢ້ຽມຢາມ​ຫວຽດນາມຂອງ​ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ ​ໃນ​ລະຫວ່າງ​ວັນ​ທີ 11 – 13 ກັນຍາ, ທ່ານ​ປະທານ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ທ່ານ Chan Chong Beng, ປາດ​ຖະໜາ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ຊ່ວຍ​ຊູຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ. ທ່ານ Chan ​ເນັ້ນ​ໜັກ​ວ່າ 4 ​ເຂດ​ອຸດສາຫະກຳ​ຫວຽດນາມ - ສິງກະ​ໂປ (VSIP) ຢູ່​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ດ້ານ​ເສດຖະກິດ​ທີ່​ພັດທະນາ​ລະຫວ່າງ 2 ປະ​ເທດ ​ແລະ ບັນດາ​ເຂດ​ອຸດສາຫະກຳ​ດັ່ງກ່າ​ວ​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ ​ແລະ ນ້ອຍ​ຂອງ​ສິງກະ​​ໂປ ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ທ່ານ Chan ​ໃຫ້​ຮູ້​ວ່າ ທ່ານ​ນາຍົກລັດຖະມົນ​ຕີ ຫຼີຊຽນຫຼົງ ຈະ​​ເປັນ​ປະທານ​ພິທີ​ວາງ​ສີ​ລາ​ລຶກກໍ່ສ້າງ​ເຂດ​ອຸດສາຫະກຳ​ແຫ່ງ​ທີ 5 ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.

ເນ່ືອງ​ໃນ​ໂອກາດ​ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ​ໄປ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ສື່​ເອ​ເລັກ​ໂຕ​ນິກຕົ້ນຕໍ​ຢູ່ ສິງກະ​ໂປ, Channel New Asia ​ໄດ້​ມີ​ບົດ​ຂຽນ​ທົບ​ທວນຄືນ​ການ​ພົວພັນ​ລະຫວ່າງ ສິງກະ​ໂປ ​ແລະ​ຫວຽດນາມ ​ໃນ 40 ປີຜ່ານມາ. ຫນັງ​ສື​ພິມ​ລາຍ​ວັນ​ຂອງ​ສິງກະ​ໂປ The Straits Time ສະບັບ​ອອກ​ໃນ​ວັນ​ທີ 11/9 ​ໄດ້​ລົງ​ພິມ​ບົດ​ຂຽນ​​ເວົ້າ​ວ່າ​: ສິງກະ​ໂປ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະນາຄົດ​ຍາວ​ນານ​ຂອງ​ຫວຽດນາມ ດ້ວຍ​ເລື່ອງ​ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນລົງ ​ວາງ​ສີ​ລາ​ລືກ​ລົງມື​ກໍ່ສ້າງ​ເຂດ​ອຸດສາຫະກຳ ຫວຽດນາມ ສິງກະ​ໂປ ຢູ່​ແຂວງ ກວ໋າງຫງາຍ ​ໃນ​ວັນ​ທີ 13/9.

ຂ່າວ/ບົດ​ອື່ນ