ການພົບປະເຈລະຈາຂັ້ນສູງຫວຽດນາມ-ອຽກລັງ

ການພົບປະເຈລະຈາຂັ້ນສູງຫວຽດນາມ-ອຽກລັງ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ
ພົບ​ປະ​ເຈ​ລະ​ຈາກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins)

(vovworld)- ​ ໂດຍ​ໄດ້​ຮັບ​ຄຳ​ເຊີນ ​ຂອງ ທ່ານ ປະ​ທານ​ປະ​ເທດຫວຽດ​ນາມ ​ເຈີ່ນ​ດ້າຍກວາງ ແລະ ພັນ​ລະ​ຍາ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ອຽກ​ລັງ Michael Daniel Higgins ແລະ ພັນ​ລະ​ຍາ ໄດ້​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖ​ະ​ກິ​ດ ຢູ່​ຫວຽດ​ນາມ ໃນລະ​ຫວ່າງ ວັນ​ທີ 5-14/11. ໃນ​ຕອນ​ເຊົ້າ ວັນ​ທີ 7/11, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ຖືກ​ຈັດ​ຂື້ນຢ່າງ​ເປັນ​ທາງ​ການ, ທ່ານ​ ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ໄດ້​ມີ​ການພົບ​ປະ​ເຈ​ລະ​ຈາ ກັບ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins. ທ່ານ​ ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ແລະ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ເຫັນ​ດີ​ເປັນ​ເອ​ກະ​ພາບ ຍູ້​ແຮງ​ການ​ຮ່ວມ​ມື​ ໃນ​ບັນ​ດາ​ຂົງ​ເຂດ ທີ່​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ ເຊັ່ນ: ດ້ານ​ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ​ບຳ​ລຸງ​ສ້າງ, ເຕັກ​ໂນ​ໂລ​ຊີ​ຂຽວ, ການຜະ​ລິດ​ພະ​ລັງ​ງານຄືນ​ໃໝ່, ກະ​ສິ​ກຳ​, ສາ​ທາ​ລະ​ນະ​ສຸກ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ… ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ​ການພົບ​ປະ​ທຸກ​ຂັ້ນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ. ທ່ານ​ ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ແລະ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ກໍ່​ໄດ້​ແລກ​ປ່ຽນ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​ ກ່ຽວ​ກັບ​ຄວາມ​​ສຳ​ຄັນ ຂອງ​ການ​ຮັກ​ສາ​ສັນ​ຕິ​ພ​າບ, ຄວາມ​ສະ​ຫງົບ​ປອດ​ໄພ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ​ການພັດ​ທະ​ນາ​ໃນ​ໂລກ; ເຫັນ​ດ​ີ​ເປັນ​ເອກ​ະ​ພາບ ສືບ​ຕໍ່​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ຢູ​່ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ທ່ານ​ ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ  ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດ​ຖະ​ບານ​ອຽກ​ລັງ ທີ່​ຖື​ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ ໃນ​ນະ​ໂຍ​ບານ​ການ​ຮ່ວມ​ມື​ພັດ​ທະ​ນາ. ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ໃຫ້​ຮູ້​ວ່າ: ອຽກ​ລັງ ຈະ​ປະ​ກາດ​ໃຊ້​​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ ກັບຫວຽດ​ນາມ ໄລ​ຍະ 2017-2020 ໂດຍ​ໄວ, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ລົບ​ລ້າງ​ຄວາມ​ອຶດ​ຫີວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດີນ​ຟ້າ​ອາ​ກາດ ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນຍົງ ຂອງ​ສະ​ຫະ​ປະ​ຊາ​ຊາດ.

        ພາຍຫຼັງ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ​ ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ແລະ ທ່ານ ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ເປັນ​ສັກ​ຂີ​ພະ​ຍານ ພິ​ທີ​ເຊັນ​ສັນ​ຍາ, ການ​ແລ​ກ​ປ່ຽນ​ບັນ​ດາເອ​ກະ​ສານ, ຂໍ້​ຕົກ​ລົງ​ການ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ວິ​ສາ​ຫະ​ກິດ ແລະ ຮາກ​ຖານ​ການບຳ​ລຸງ​ສ້າງວິ​ທະ​ຍາ​ໄລ​​ຂ​ອງ 2 ​ປະ​ເທດ ໃນ​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື​ພັດ​ທະ​ນາ, ການ​ສຶກ​ສາ, ບຳ​ລຸງ​ສ້າງ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໄປ​ສະ​ນີ​ໂທ​ລະ​ຄົມ​ມະ​ນາ​ຄົມ.

        ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ຮ່ວມເພື່ອ​ແຈ້ງ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ເຊີ່ງ​ການ​ນຳ 2 ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ທີ່​ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສ​ູງ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ.

        “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອຽກ​ລັງ ແລະ ຂ້າ​ພະ​ເຈົ້າ​ໄດ້​ແລກ​ປ່ຽນ ແລະ ເຫັນ​ດີ​ນຳ​ກັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​, ຊ​ຸກ​ຍູ້​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ໂລກ. ພວກ​ຂ້າ​ພ​ະ​ເຈົ້າ​ສືບ​ຕໍ່​ສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ຢ່າງ​ແໜ້ນ​ແຟ້ນ​ຄື: ສະ​ຫະ​ປະ​ຊາ​ຊາ, ASEM ແລະ ໃນ​ຂອບ​ເຂດ​ຮ່ວມ​ມື​ອາ​ຊຽນ - EU ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ​ຄື: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດ​ິນ​ຟ້າ​ອາ​ກາດ ແລະ ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ສະ​ຫັດ​ສະ​ວັດ​ແບບ​ຍືນ​ຍົງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ໂລກ​ຂຽວ, ສະ​ອາດ, ສັນ​ຕິ​ພາບ, ດີ​ງາມກວ່າ​ໃຫ້​ລຸ້ນ​ອະ​ນາ​ຄົດ​”.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ ​ຕໍ່ທັດ​ສະ​ນະ​ການແກ້​ໄຂຄວາມ​ຂັດ​ແຍ້ງ   ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​ ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982.

ສ່ວນ​ທ່ານ Michael Daniel Higgins ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ; ຜົນ​ຮ້າຍ​ຂອງ​ການ​ອົບ​ພະ​ຍົບ ແລະ ບັນ​ດາ​ການ​ກະ​ທົບ​ກ່ຽ​ວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

 ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງທ່ານ​ປະ​ທາ​ນາ​ທິ​ບໍ​ດີ Michael Daniel Higgins​ ຢູ່​ຫວຽດ​ນາມ
ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິກ​ີມ​ເງິນ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອຽ​ກ​ລັງ. ນະ​ການ​ຕ້ອ​ນ​ຮັບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທີ​ກີມ​ເງິນ ສະ​ເຫນີ: ອຽກ​ລັງ ສືບ​ຕໍ່​ຮັກ​ສາ​ທຶນ ODA ໃຫ້​ແກ່​ຫວຽດ​ນາມ ແລະ​ເນັ້ນ​ຫນັກ​ວ່າ ຫວຽດ​ນາມ​ ພ້ອມ​ແລ້ວ​ແມ່ນ​ຂົວ​ຕໍ່​ເພື່ອ​ໃຫ້ ອຽກ​ລັງ ສ​ຳ​ຜັດ​ກັບ​ບັນ​ດາ​ຕະ​ຫລາດໃນ ອາ​ຊຽນ ແລະ ກົງ​ກັນ​ຂ້າມ ອຽກ​ລັງ ກໍ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້ຫວຽດ​ນາມ ສຳ​ຜັດ​ກັບ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ ເອີ​ລົບ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອຽ​ກ​ລັງ ແຈ້ງ​ໃຫ້​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ຮັບ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ ແລະ ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ໃນ​ນັ້​ນ ສອງ​ຝ່າຍ​ໄດ້​ເຊັນ​ເອ​ກະ​ສານ​ສຳ​ຄັນ​ບາງ​ສະ​ບັບ. ​

ຂ່າວ/ບົດ​ອື່ນ