ການພົບປະເຈລະຈາລະຫວ່າງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ- Serbia

ການພົບປະເຈລະຈາລະຫວ່າງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ- Serbia - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມຟ້າ​ມບິງ​ມິ​ງ

(ພາບ:m.dnrtv.org.vn)

(vovworld)-​ ວັນ​ທີ 1/3, ​​ທ່ານ​ຟ້າ​ມບິງ​ມິ​ງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມີ​ການພົບ​ປະ​ເຈລະຈາກັບ​ທ່ານ Ovan Mrkic ລັດຖະມົນຕີ​ການ​ຕ່າງປະ​ເທດສາທາລະນະ​ລັດ Serbia ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ກໍ່​ຄື​ບາງ​ບັນຫາ​ສາກົ​ນ ​ແລະ ພາກ​ພື້ນ​ຊື່​ງສອງ​ປະ​ເທດ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທີ່​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ ຈະ​ສິ້ນ​ສຸດ​ການ​ເຈລະຈາ​ໂດ​ຍ​ໄວ, ກ້າວ​ໄປ​ເຖິງ​ການ​ເຊັນ​ສັນຍາ​ຮ່ວມ​ມື​ດ້ານ​ເສດຖະກິດ, ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ ​ແລະ ອາລັກຂາ​ການ​ລົງທຶນ; ພ້ອມ​ກັນນັ້ນກໍ່ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ລະຫວ່າ​ງປະຊາຊົນ, ພັດທະນາ​ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ. ລັດຖະມົນຕີ​ສອງ​ທ່ານ​ໃຫ້​ຮູ້​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ, ​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ​ເປີດ​ກ້ວາງ​ການ​ແລ​ກປ່ຽນ​ນັກ​ສຶກສາ​ພວມ​ຮ່ຳຮຽນ, ຄົ້ນຄ້ວາ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ຄວາມ​ຕ້ອງການ. ຫວຽດນາມ ​ແລະ  Serbia ຢັ້ງຢືນຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ.

ຂ່າວ/ບົດ​ອື່ນ