ການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດລັດເຊຍ-ຕວກກີບໍ່ບັນລຸໄດ້ບາດກ້າວບຸກທະລຸ

ການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດລັດເຊຍ-ຕວກກີບໍ່ບັນລຸໄດ້ບາດກ້າວບຸກທະລຸ - ảnh 1
ທ່ານ​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ
 ລັດ​ເຊຍ Sergei Lavrov (ພາບ: Reuters)

(vovworld) – ​ ​ ​ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງ ຕວກກີ Mevlut Cavusoglu ​​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ໃນ​ວັນ​ທີ 03/12 ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ (OSCE) ພວມ​ດຳ​ເນີນ​​ໄປ​ຢູ່​ນະຄອນຫລວງ Belgrade, Serbia. ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ ຕວກກີ ​ໃຫ້​ຮູ້​ວ່າ: 2 ຝ່າຍ​ປາດ​ຖະໜາ​ວ່າ: ຈະ​ບໍ່​ເຮັດ​ໃຫ້​ຄວາ​ມເຄັ່ງ​ຕຶງ​ປີນ​ຂັ້ນ​​ໄດ​ໃນ​ການ​ພົວພັນ 2 ຝ່າຍ, ​ແຕ່ ທ່ານ​ Cavusoglu ກໍ່​ຍອມ​ຮັບຢ່າງ​ກົງ​ໄປ​ກົງ​ມາວ່າ ໃນ​ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ມາດ​ຕະການ​ໃດ​ ​ເພື່ອ​ຫລຸດຜ່ອນ​ວິ​ກິດ​ການ​ການພົວພັນລະ​ຫວ່າງ 2 ປະ​ເທດ​. ທ່ານ Mevlut Cavusoglu ​ໄດ້​ປະຕິ​ເສດ​ ຄຳ​ກ່າວ​ຫາ​ຂອງ ລັດ​ເຊຍ ອີກ​ເທື່ອ 1 ​ວ່າ: ຕວກກີ ນຳ​ເຂົ້ານ້ຳມັນ​ຈາກ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ.

        ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ບັນດາ​ການ​ນຳ​ຂອງ 2 ປະ​ເທດ ພາຍຫລັງ​ທີ່ ຕວກກີ ຍິງ​ເຮືອບິນ​ສູ້​ຮົບ Su - 24 ຂອງ ລັດ​ເຊຍ ຕົກ​ໃນ​ວັນ​ທີ 24/11. ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ມົດ​ສະ​ກູ ​ແລະ ອານ​ກາ​ລາ ​ເກີດ​ຄວາມ​ເຄັ່ງ​ຕຶງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

 

ຂ່າວ/ບົດ​ອື່ນ