ການພົບປະເຈລະຈາວິສາຫະກິດຂັ້ນສູງ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ທ່ານປະທານາທິບໍດີ Joko Widodo, ຊົມເຊີຍບັນດາວິສາຫະກິດແຖວໜ້າຂອງ ຫວຽດນາມ ທີ່ໄດ້ຮ່ວມມື, ລົງທຶນເຂົ້າ ອິນໂດເນເຊຍ ຫຼາຍກວ່າເກົ່າ
ການພົບປະເຈລະຈາວິສາຫະກິດຂັ້ນສູງ ຫວຽດນາມ - ອິນໂດເນເຊຍ - ảnh 1(ທີ່ການພົບປະເຈລະຈາ)

        ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນໂດຍເນເຊຍ Joko Widodo, ຕອນເຊົ້າວັນທີ 13 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ເປັນປະທານຮ່ວມການພົບປະເຈລະຈາ ວິສາຫະກິດຂັ້ນສູງ ຫວຽດນາມ - ອິນໂດເນເຊຍ.

        ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ Joko Widodo, ຖືວ່າ, ອິນໂດເນເຊຍ ແລະ ຫວຽດນາມ ມີວິໄສທັດລວມແມ່ນສູ້ຊົນກາຍເປັນປະເທດມີລາຍຮັບສູງໃນປີ 2045, ສະນັ້ນ, ເພື່ອປະຕິບັດວິໄສທັດນັ້ນໃຫ້ໄດ້, 2 ຝ່າຍຕ້ອງຊຸກຍູ້ການຮ່ວມມືທີ່ມີຄຸນນະພາບສູງ. ທ່ານປະທານາທິບໍດີ Joko Widodo, ຊົມເຊີຍບັນດາວິສາຫະກິດແຖວໜ້າຂອງ ຫວຽດນາມ ທີ່ໄດ້ຮ່ວມມື, ລົງທຶນເຂົ້າ ອິນໂດເນເຊຍ ຫຼາຍກວ່າເກົ່າ, ໂດຍສະເພາະແມ່ນໃນຂົງເຂດນະຄອນຫຼວງໃໝ່ຂອງ ອິນໂດເນເຊຍ. ໃນນັ້ນ, ຝ່າຍ ອິນໂດເນເຊຍ ປາດຖະໜາວ່າ, ບໍລິສັດ Vinfast ເປີດກວ້າງການລົງທຶນເຂົ້າຂົງເຂດລົດໄຟຟ້າ; Vietjet Air ຈະເປີດສາຍການບິນໃໝ່ເຖິງບັນດາສະຖານທີ່ທ່ອງທ່ຽວຂອງ ອິນໂດເນເຊຍ; Sivico ຈະລົງທຶນບັນດາໂຄງການ ທ່ອງທ່ຽວ, ອະສັງຫາລິມະຊັບ…

    ໂດຍສະແດງຄວາມສະໜັບສະໜູນຄວາມປາດຖະໜາຂອງທ່ານປະທານາທິບໍດີ Joko Widodo, ກ່ຽວກັບການດຶງດູດການລົງທຶນເຂົ້ານະຄອນຫຼວງໃໝ່ຂອງ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາວິສາຫະກິດ ຫວຽດນາມ ຮ່ວມມືກັບ ອິນໂດເນເຊຍ ເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ ໂດຍໄວ.

ຕອນບ່າຍວັນທີ 13 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ໄດ້ເດີນທາງອອກຈາກ ຫາຍຟ່ອງ, ສິ້ນສຸດໃນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ.

ການພົບປະເຈລະຈາວິສາຫະກິດຂັ້ນສູງ ຫວຽດນາມ - ອິນໂດເນເຊຍ - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ Joko Widodo
(ພາບ: TTXVN)

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເປັນປະທານງານລ້ຽງ, ຕ້ອນຮັບທ່ານປະທານາທິບໍດີ Joko Widodo, ນຳໜ້າຄະນະຜູ້ແທນຂັ້ນສູງ ອິນໂດເນເຊຍ ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍຸດທະສາດທີ່ໄດ້ຜ່ານການທົດສອບໃນໄລຍະຜ່ານມາ, ຫວຽດນາມ ແລະ ອິນໂດເນເຊຍ ຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ນັບມື້ນັບພັດທະນາກວ່າ ແລະ ກ້າວຂຶ້ນສູ່ລະດັບສູງໃໝ່ໃນຈຸດເວລາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ