ການພົບ​ປະ​ເອີ​ລົບ 2021: ຄູ່​ຮ່ວມ​ມື ຫວຽດ​ນາມ - ສະ​ຫະ​ພາບ ເອີ​ລົບ (EU)ໄລ​ຍະຫຼັງໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ກ່າວຄຳເຫັນທີ່ເຫດການ, ທ່ານ Alain Cany ປະທານ EuroCham ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍບັນດາວິສາຫະກິດ ເອີລົບໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19
ການພົບ​ປະ​ເອີ​ລົບ 2021: ຄູ່​ຮ່ວມ​ມື ຫວຽດ​ນາມ - ສະ​ຫະ​ພາບ ເອີ​ລົບ (EU)ໄລ​ຍະຫຼັງໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມ “ການພົບປະເອີລົບ 2021: ຄູ່ຮ່ວມມືຫວຽດນາມ - ສະຫະພາບເອີລົບ (EU) ໄລຍະຫຼັງໂລກລະບາດໂຄວິດ - 19”

ວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ຈັດຕັ້ງກອງປະຊຸມ “ການພົບປະເອີລົບ 2021: ຄູ່ຮ່ວມມືຫວຽດນາມ - ສະຫະພາບເອີລົບ (EU) ໄລຍະຫຼັງໂລກລະບາດໂຄວິດ - 19” ແລະ ປະກາດປຶ້ມປົກຂາວ Eurocham 2021. ເຫດການມີການເຂົ້າຮ່ວມຂອງ ການນຳກ່ວາ 150 ທີ່ມາຈາກບັນດາກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ.

ກ່າວຄຳເຫັນທີ່ເຫດການ, ທ່ານ Alain Cany ປະທານ EuroCham ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍບັນດາວິສາຫະກິດ ເອີລົບໃນໄລຍະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19, ທ່ານເນັ້ນໜັກວ່າ ສິ່ງສຳຄັນທີ່ສຸດໃນປັດຈຸບັນ ແມ່ນສອງຝ່າຍຕ້ອງສຸມໃສ່ຕໍ່ອະນາຄົດ ຂອງການຄ້າ ແລະ ການລົງທຶນ EU - ຫວຽດນາມ. ທ່ານ ກໍ່ມີຄວາມຫວັງວ່າ ການຄ້າ ຫວຽດນາມ - EU ຈະຟື້ນຟູໂດຍໄວພາຍຫຼັງໂລກລະບາດໂຄວິດ - 19 ແລະມຸ່ງໄປເຖິງອະນາຄົດທີ່ສົດໄສ ແລະ ມີການວັດທະນາຖາວອນກ່ວາອີກ.

ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ຢັ້ງຢືນວ່າ:

ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືກັບເອີລົບຢ່າງແຮງຜ່ານບັນດານະໂຍບາຍການຄ້າ ທີ່ເໝາະສົມ ແລະ ມີປະສິດທິຜົນຢ່າງແທ້ຈິງ ຢູ່ລະດັບມະຫາພາກ ເພື່ອແນໃສ່ສ້າງກຳລັງໜູນໃຫ້ການຮ່ວມມືສອງຝ່າຍ ພ້ອມກັນພັດທະນາ. ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ອຳນາດການປົກຄອງທ້ອງຖິ່ນ ຫວຽດນາມ ຍັງພວມສືບຕໍ່ມານະພະຍາຍາມ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ ຕາມທິດສະດວກ, ປະຕິຮູບການບໍລິຫານຢູ່ທຸກຂັ້ນ, ມີກົນໄກດຶງດູດແຫຼ່ງກຳລັງ, ປະຕິບັດໂຄງປະກອບດ້ານເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບເຕີບໂຕຕາມທິດລວງເລິກ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ, ຄູ່ຮ່ວມມືເອີລົບ ທີ່ມາລົງທຶນຢູ່ ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ