ການພົບປະແລກ ປ່ຽນໂດຍກົງຜ່ານ ເຄືອຕ່າຍອີນເຕີແນດ “ຍຸຕິທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ”

ການພົບປະແລກ ປ່ຽນໂດຍກົງຜ່ານ ເຄືອຕ່າຍອີນເຕີແນດ “ຍຸຕິທຳເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊີນ” - ảnh 1
(ພາບປະກອບ)

(vovworld) - ​ເພື່ອ​ມຸ່ງ​ໄປ​ເຖິງວັນ “​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ” (ຄື​ວັນ​ທີ 10/08). ຕອນ​ເຊົ້າ​ວັນ​ທີ 30/07, ຢູ່​ຮ່າ​ໂນ້ຍ, ໜັງ​ສື່​ພິມ​ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ ສົມທົບ​ກັບ​ສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີ​ສົ້ມ​ດີ​ໂອ​ຊີນຫວຽດນາມ ຈັດ​ຕັ້ງການ​ພົບ​ປະ​ແລກ​ປ່ຽນ​ໂດຍ​ກົງ​ຜ່ານ​ເຄືອ​ຕ່າ​ຍອີນ​ເຕີ​ແນ​ດດ້ວຍ​ຫົວ​ຂໍ້​ວ່າ “ຍຸຕິ​ທຳ​​ເພື່ອ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີ​ສົ້ມ​ດີ​ໂອ​ຊີ​ນ”. ທ່ານນາງສາດສະດາຈານ, ດຣ ຫງວຽນ​ທິຫງອກ​ເຟື້ອງ, ຮອງ​ປະທານສະມາຄົມຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດສີ​ສົ້ມ​ດີ​ໂອ​ຊີ​ນຫວຽດນາມ ​ໃຫ້​ຮູ້​ວ່າ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່ການຮ້ອງຟ້ອງ​ເພື່ອທວງດ​ເອົາ​ຄວາມ​ຍຸຕິ​ທຳ​​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດສີ​ສົ້ມ​ດີ​ໂອ​ຊີນ ຫວຽດນາມ ສຳລັບ​ບັນດາ​ບໍລິສັດ​ທາດ​ເຄມີຂອງ​ອາ​ເມິ​ລກາ ​ເຊິ່ງ​ໄດ້​ຜະລິດ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ເພື່ອ​ກອງທັບ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່​ຫວຽດນາມ, ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ປະຊາຊົນ​ໃນ​ໂລກ. ທ່ານ​ນາງ​ກ່າວ​ວ່າ.

   “ບັນດາ​ທະນາຍຄວາມ​ຂອງອາ​ເມ​ລິ​ກາ ທີ່​​ໄດ້ຕາງໜ້າ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດສີ​ສົ້ມ​ດີ​ໂອ​ຊີນ ຫວຽດນາມ ​ໄດ້​ມາ​ຫວຽດນາມ ຫຼາຍ​ຄັ້ງ, ສະ​ນັ້ນ​ພວກ​ເຂົາ​ເຈົ້າ​​ໄດ້ເຂົ້າ​ໃຈ​ບັນຫາ, ​ເຂົາ​ເຈົ້າ​ມີ​ຄວາມ​ສະ​ເທື່ອ​ນ​ໃຈ ​ແລະ ​ສະ​ໜັບສະ​ໜູນ​ຢ່າງ​ແຮງ, ​ເພາະສະ​ນັ້ນ​ ເຂົາ​ເຈົ້າ​ຈຶ່ງ​ຊອກ​ຫາຂໍ້​ມູນເອກະສານ​ທີ່​ລ້ຳ​ຄ່າ. ບັນດາ​ຂໍ້​ມູນເອກະສານ​ດັ່ງກ່າວ​ແມ່ນ​ຫຼັກ​ຖານ​ຢ່າງ​ລະອຽດ, ກະຈ່າ​ງ​ແຈ້ງກ່ຽວ​ກັບບັນດາ​ບໍລິສັດ​ທາດ​ເຄມີ​ຂອງ​ອາ​ເມ​ລິ​ກາ ແມ່ນ​ຜູ້​ມີ​ໂທດກຳ ​ໃນ​ການ​ຜະລິດ​ທາດ​ເຄມີ​ຂ້າ​ຫຍ້າ​ທີ່​ມີ​ດີ​ໂອ​ຊີ​ນ ເພື່ອ​ໃຫ້​ກອງທັບ​ອາ​ເມ​ລິ​ກາ ນຳ​ໃຊ້​ຢູ່​ຫວຽດນາມ.”

ຂ່າວ/ບົດ​ອື່ນ