ການພົບ​ປ​ະແລ​ກ​ປ່ຽນ​ ​ປະ​ຊາ​ຊົນ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​​ໜ້ອຍ​ຢູ່ເຂດ​ຊາຍ​ແດນ ຫວ​ຽດ​ນາມ - ລາວ

(VOVWORLD) -  ວັນບຸນໄດ້ປະກອບສ່ວນເພີ່ມທະວີ ແລະ ຍົກສູງຄວາມຮັບຮູ້ , ນ້ຳໃຈສາມັກຄີ, ມິດຕະພາບ, ການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ - ລາວ, ພາກກາງ, ໄຕຫງວຽນ.
ການພົບ​ປ​ະແລ​ກ​ປ່ຽນ​ ​ປະ​ຊາ​ຊົນ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​​ໜ້ອຍ​ຢູ່ເຂດ​ຊາຍ​ແດນ ຫວ​ຽດ​ນາມ - ລາວ - ảnh 1ພາບປະກອບ (ພາບ: toquoc.vn)

ວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວບັນດາຊົນເຜົ່າສ່ວນໜ້ອຍຢູ່ບັນດາແຂວງຊາຍແດນ ຫວຽດນາມ - ລາວ, ພາກກາງ, ໄຕຫງວຽນ ປີ 2019 ດ້ວຍຫົວຂໍ້ “ສາມັກຄີ, ມິດຕະພາບ ແລະ ພັດທະນາ” ຈະດຳເນີນໃນລະຫວ່າງວັນທີ 17 - 19 ພຶດສະພາ ຢູ່ເມືອງ ອາເລືອຍ, ແຂວງ ເທື່ອທຽນ - ເຫ້ວ, ໂດຍມີການເຂົ້າຮ່ວມຂອງ ນັກສິລະປິນ, ນັກສະແດງ, ນັກກິລາມະຫາຊົນ 1000 ຄົນເຊິ່ງແມ່ນປະຊາຊົນຂອງ 5 ແຂວງ ກອມຕູມ, ກ໋ວາງນາມ, ກ໋ວາງຫງາຍ, ກວາງຈີ້ ແລະ ເທື່ອທຽນ - ເຫ້ວ ຂອງ ຫວຽດນາມ; ກອງສິລະປະມະຫາຊົນ 4 ກອງ ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ອັດຕະປື, ເຊກອງ, ສະຫວັນນະເຂດ, ສາລະວັນ ກໍ່ໄດ້ເຂົ້າຮ່ວມວັນບຸນດັ່ງກ່າວ.

        ພິທີໄຂວັນບຸນຈະດຳເນີນໃນຕອນຄ່ຳວັນທີ 17 ພຶດສະພາຢູ່ ສະໜາມຫຼວງ, ໃຈກາງ ຂອງເມືອງ ອາເລືອຍ, ແຂວງ ເທື່ອທຽນ - ເຫ້ວ. ໃນຂອບເຂດວັນບຸນດັ່ງກ່າວ ຈະໄດ້ດຳເນີນບັນດາການເຄື່ອນໄຫວຄື: ການວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວຂອງບັນດາທ້ອງຖິ່ນ…

        ວັນບຸນໄດ້ປະກອບສ່ວນເພີ່ມທະວີ ແລະ ຍົກສູງຄວາມຮັບຮູ້ , ນ້ຳໃຈສາມັກຄີ, ມິດຕະພາບ, ການພົບປະແລກປ່ຽນດ້ານວັດທະນະທຳລະຫວ່າງບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ - ລາວ, ພາກກາງ, ໄຕຫງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ