ການພົບປະແລກປ່ຽນການຄ້າ ວິສາຫະກິດ ຫວຽດນາມ - ອິນເດຍ

ການພົບປະແລກປ່ຽນການຄ້າ ວິສາຫະກິດ ຫວຽດນາມ - ອິນເດຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Ranjit Rae

(vovworld) – ຄະນະ​ວິ​ສາ​ຫະກິດ​ລວມມີ​ສະມາຊິກ 21 ຄົນ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ Haryana, ປະ​ເທດ ອິນ​ເດຍ (HCCI) ນຳ​ໜ້າ​ພວມມາ​ຢ້ຽມຢາມ ຫວຽດນາມ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ ຫວຽດນາມ. ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຢູ່ ຫວຽດນາມ, ວັນ​ທີ 20/5, ສະຖານທູດ​ອິນ​ເດຍປະຈຳ ຫວຽດນາມ ​ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຈັດ​ຕັ້ງ “ການພົບ​ປະ​ແລກປ່ຽນ​ການ​ຄ້າ​ວິ​ສາ​ຫະກິດ ຫວຽດນາມ - ອິນ​ເດຍ”.

    ກ່າ​ວຄຳ​ເຫັນ​ທີ່ການພົບ​ປະ​ແລກ​ປ່ຽນ​ການ​ຄ້າ, ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Ranjit Rae ​ເນັ້ນ​ໜັກວ່າ ຄະນະ​ວິ​ສາ​ຫະກິດ ອິນ​ເດຍ ມາ ຫວຽດນາມ ຄັ້ງ​ນີ້​ແມ່ນ​ມາ​ຈາກລັດ​ Haryana ​ເຊິ່ງ​ແມ່ນ​ລັດໜຶ່ງ​ທີ່​ມີ​ລະດັບ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ​ຢູ່ ອິນ​ເດຍ, ມີ​ທ່າ​ແຮງຢູ່​ບັນດາ​ຂະ​​ແໜງ​ອຸດສາຫະກຳ​ອື່ນໆ​ຄື: ຕຳ່​ແຜ່​ນຕັດຫຍິບ, ​​ໂທລະ​ຄົມ​.​.​. ທ່ານ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ຫວຽດນາມ Ranjit Rae ​ເວົ້າ​ວ່າ:

“ຊຸມ​ປີຜ່ານມາ, ຫວຽດນາມ ​ແລະ ອິນ​ເດຍ ມີ​ການ​ພົວພັນ​ອັນ​ດີງາມ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ເມືອງ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ພວກ​ເຮົາ​ຍັງ​ມີ​ຫຼາຍ​ວຽກ​ງານ​ທີ່​ຈະຕ້ອງ​ເຮັດ. ຍາມ​ໃດພວກ​ຂ້າພະ​ເຈົ້າກໍ່​ຫວັງ​ໃຫ້: ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ມາ​ຊອກ​ຫາ​ໂອກາດ​ລົງທຶນ​ຢູ່ ຫວຽດນາມ, ຍ້ອນ​ວ່າ​ຜ່ານ​ການ​ພົບ​ປະແລກປ່ຽນ​ການ​ຄ້າ​ຄື​ແນ​ວນີ້, 2 ຝ່າຍ​ຈະ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ກ່ວາ, ຈາກ​ນັ້ນ​ເປີດ​ບັນດາ​ໂອກາດ​ຮ່ວມ​ມື. ຫວັງ​ວ່າ​ຜ່ານ​ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ຄະນະ​ຄັ້ງ​ນີ້ຈະ​ມີ​ບັນດາ​ໂຄງການຮ່ວມ​ມື​ລະອຽດ”

ຂ່າວ/ບົດ​ອື່ນ