ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນຄັ້ງທີ2ປະສົບຜົນສຳເລັດອັນດີງາມ

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນຄັ້ງທີ2ປະສົບຜົນສຳເລັດອັນດີງາມ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຕ້ອນຮັບ ທ່ານພົນໂທ
ຈາງວາງ​ແຈວ​ນ ຢູ່ນະຄອນ ລາວກາຍ
(ພາບ: http://vtc.vn)


(vovworld) – ວັນ​ທີ 17/5, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ​ຫວຽ​ດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ດ້ານປ້ອງ​ກັນຊາດ​ເຂດ​ຊາຍ​ແດນ ຫວຽດນາມ-​ຈີນ ​ຄັ້ງ​ທີ 2, ຢູ່​ແຂວງ ຢູນໜານ (ຈີນ). ພາຍຫຼັງ​ພິທີ​ຕ້ອນຮັບ, ທ່າ​ນລັດຖະມົນຕີ ຟຸ່ງກວາງ​ແທງ ​ແລະ ທ່ານ​ລັດຖະມົນຕີ ຈາງວາງ​ແຈວ​ນ ພ້ອມ​ກັບ​ຄະນະ​ຜູ້​ແທນ 2 ປະ​ເທດ ​​ໄດ້​​ເປັນ​ສັກຂີ​ພິຍານ​ການ​ເຄື່ອນ​ໄຫວ​ລາດຕະ​ເວນ 2 ຝ່າຍ ລະຫວ່າງ ກອງພັນ​ນ້ອຍ​ປ້ອງ​ກັນຊາ​ຍ​ແດນ ​ເຫື່ອເຂົາ (ຈີນ) ​ແລະ ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ເຂດ​ດ່ານ​ຊາຍ​ແດນ​ສາກົນ ລາວ​ກາຍ (ຫວຽດນາມ) ຢູ່ເຂດດ່ານ​ຊາຍ​ແດນ​ເທື່ອ​ເຂົາ.

     ແລະ​ກໍ​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ຢູ່ ນະຄອນ ​ເມີ໋ງຈື່, ​ແຂວງ ຢູນໜານ (ຈີນ) ​ໄດ້​ດຳ​ເນີນ​ການ​ເຈລະຈາ ລະຫວ່າງ 2 ຝ່າຍ. ທີ່​ການ​ເຈລະຈາ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຢືນຢັນ​ວ່າ:  ​ເລື່ອງຈັດ​ຕັ້ງການ​ພົບ​ປະ​ແລກປ່ຽນ​ຄັ້ງ​ນີ້ ​ແມ່ນ​ການ​ປະຕິບັດ​ຄຳ​ສັ່ງ, ຮັບ​ຮູ້​ລວມຂອງ​ການ​ນຳ 2 ປະ​ເທດ, 2 ພັກ, 2 ລັດ​ ​ແລະ ປະຊາຊົນ ຫວຽດນາມ-​ຈີນ ຢ່າງ​ເຂັ້ມ​ງວດ, ​ນັ້ນ​ແມ່ນ​ກອງທັບ 2 ປະ​ເທດຕ້ອງ​ຊຸກຍູ້ການ​ຮ່ວມ​ມື​ຮອບດ້ານ, ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ; ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ດ້ານປ້ອງ​ກັນຊາ​ດ​ເຂດ​ຊາຍ​ແດນ​ໃນ​ເຂດ​ດິນ​ຕໍ່​ແຜ່ນ, ການ​ລາດຕະ​ເວນ​ລວມ​ບົນ​ທະ​ເລ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ​: ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ການ​ພົບ​ປະ​ແລກປ່ຽນ​ຄັ້ງ​ນີ້,​​ ສະ​ແດງໃຫ້​ເຫັນ​ການ​ພົວພັນ​ສາມັກຄີລະຫວ່າງ ກອງທັບ​ ​ແລະ ປະຊາຊົນ 2 ປະ​ເທດ ​ແລະ ປາດ​ຖະໜາ​ຢາກ​ຮັກສາ​ສະພາບ​​ແວດ​ລ້ອມແຫ່ງ​​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ການ​ຮ່ວມ​ມື ​ແລະ ພ້ອມ​ກັນ​ພັດທະນາ.

      ວັນ​ທີ 18/5, ຄະນະ​ຜູ້​ແທນ​ຫວຽ​ດນາມ ຈະ​ກັບ​ເມືອ​ປະ​ເທດ, ສິ້ນສຸດ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ດ້ານປ້ອງ​ກັນຊາ​ດ​ເຂດ​ຊາຍ​ແດນລະຫວ່າງ ຫວຽດນາມ-​ຈີນ ຄັ້ງ​ທີ 2.

ຂ່າວ/ບົດ​ອື່ນ