ການພົບປະແລກປ່ຽນວັດທະນະທຳ, ສິລະປະ ຫວຽດນາມ - ສ.ເກົາຫຼີ ສ້າງກອງທຶນເພື່ອຄວາມເຈັບປວດຍ້ອນທາດພິດສີສົ້ມ

ການພົບປະແລກປ່ຽນວັດທະນະທຳ, ສິລະປະ ຫວຽດນາມ - ສ.ເກົາຫຼີ ສ້າງກອງທຶນເພື່ອຄວາມເຈັບປວດຍ້ອນທາດພິດສີສົ້ມ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 17/12, ຢູ່​ສະໜາມ​ຫຼວງ​ນະຄອນ​ວິ້ງ​ລອງ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າ​ຍຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແຂວງ​ວິ້ງ​ລອງ ​ໄດ້​ສົມທົບ​ກັບ​ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ - ສ.​ເກົາຫຼີ ​ເພື່ອ​ຂົນຂວາຍສ້າງ​ກອງ​ທຶນ​ “ເພື່ອ​ຄວາມ​ເຈັບ​ປວດ​ຍ້ອນ​ທາດພິດ​ສີ​ສົ້ມ” ​​ແຂວງ​ວິ້ງ​ລອງ. ທີ່​ງານ​ພົບ​ປະ​ແລກປ່ຽນ, ບັນດາ​ອົງການ, ບຸກຄົນຢູ່​ພາຍ​ໃນ ​ແລະ ນອກ​ແຂວງເຂົ້າ​ຮ່ວມ ​ແລະ​ ​ໄດ້ປະກອບ​ເງິນກວ່າ 450 ລ້ານ​ດົງ. ດ້ວຍຈຳນວນ​ເງິນ​ດັ່ງກ່າວ​ ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າ​ຍຈາກ​ທາດພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​ແຂວງ​ວິ້ງ​ລອງ ຈະກໍ່ສ້າງ​​ເຮືອນ, ປິ່ນປົວ​ພະຍາດ ​ແລະ ສ້າງ​ສູນ​ລ້ຽງ​ດູ​ເຄິ່ງກິນນອນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າ​ຍຈາກ​ທາດພິດ​ສີ​ສົ້ມ​ດີ​ໂອ​ຊີ​ນ ​​ໃນ​ບໍລິ​ເວັນແຂວງ​ວິ້ງ​ລອງ

ຂ່າວ/ບົດ​ອື່ນ