ກາ​ນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ໂຄງການໂດຍບັນດານັກສິລະປິນ ສະຫະພັນລັດເຊຍ ແລະ ບັນດານັກສິລະປິນນະຄອນ, ນັກສຶກສາ ມະຫາວິທະຍາໄລ ພາສາຕ່າງປະເທດ ດ່ານັ້ງ ສະແດງ. 
ກາ​ນ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ - ảnh 1ລາຍການສະແດງສິລະປະທີ່ການພົບປະແລກປ່ຽນ

ຕອນຄ່ຳວັນທີ 26 ພະຈິກ, ຢູ່ນະຄອນ ດ່ານັ້ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ນະຄອນ ດ່ານັ້ງ, ສະຫະພັນແມ່ຍິງ ນະຄອນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ສະຫະພັນ ລັດເຊຍ ປະຈຳ ດ່ານັ້ງ ຈັດຕັ້ງໂຄງການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສະຫະພັນ ລັດເຊຍ.

ໂຄງການໂດຍບັນດານັກສິລະປິນ ສະຫະພັນລັດເຊຍ ແລະ ບັນດານັກສິລະປິນນະຄອນ, ນັກສຶກສາ ມະຫາວິທະຍາໄລ ພາສາຕ່າງປະເທດ ດ່ານັ້ງ ສະແດງ. ເຂົ້າຮ່ວມລາຍການ, ປະຊາຊົນ ແລະ ແຂກທ່ອງທ່ຽວ ໄດ້ຮັບປະທານເຍື່ອງອາຫານພິເສດສະເພາະ ຂອງ ລັດເຊຍ ແລະ ນະຄອນດ່ານັ້ງ. ທຸກໆຄົນ ໄດ້ໄປຢ້ຽມຊົມ, ຊື້ເຄື່ອງຂອງທີ່ເປັນລະນຶກ, ເຄື່ອງສຳອາງ, ຢຸກຢາຂອງ ລັດເຊຍ ພ້ອມກັບສິນຄ້າທີ່ເປັນເອກະລັກສະເພາະຫຼາຍຢ່າງຂອງດ່ານັ້ງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ