ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ-ລາວ

(VOVWORLD) - ເຫດການວັດທະນະທຳດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງ 10 ແຂວງ ຂອງຫວຽດນາມ ແລະ 10 ແຂວງ ຂອງລາວ ທີ່ຮ່ວມເສັ້ນຊາຍແດນ ຫວຽດນາມ-ລາວ.
ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ-ລາວ - ảnh 1 ພາບປະກອບ

ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ II ຈະຖືກດຳເນີນແຕ່ວັນທີ 5-7 ກໍລະກົດ ຢູ່ແຂວງເຊີນລາ. ເຫດການວັດທະນະທຳດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງ 10 ແຂວງ ຂອງຫວຽດນາມ ແລະ 10 ແຂວງ ຂອງລາວ ທີ່ຮ່ວມເສັ້ນຊາຍແດນ ຫວຽດນາມ-ລາວ. ວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ປະຈຳປີ 2017 ລວມມີ: ບັນດາການເຄື່ອນໄຫວວັດທະນະທຳ, ສິນລະປະ, ວັນນະຄະດີ ມະຫາຊົນ, ການເຄື່ອນໄຫວກິລາ, ການເຄື່ອນໄຫວທ່ອງທ່ຽວ ແລະ ງານວາງສະແດງວັດທະນະທຳທີ່ມີສີສັນເປັນເອກະລັກຂອງບັນດາເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ