ການພົບປະແລກປ່ຽນສິລະປະມຸ່ງໄປເຖິງອະທິປະໄຕເຂດຊາຍແດນ, ທະເລ ແລະ ໝູ່ເກາະ

ການພົບປະແລກປ່ຽນສິລະປະມຸ່ງໄປເຖິງອະທິປະໄຕເຂດຊາຍແດນ, ທະເລ ແລະ ໝູ່ເກາະ - ảnh 1
ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ“ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ
ພາບ: internet


(vovworld) -   ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ“ມຸ່ງ​ໄປ​ເຖິງ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ ບ້ານ​ເກີດ​​ເມືອງ​ນອນ” ​ໂດຍ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ເປັນ​ເຈົ້າ​ພາບ​​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 1/3 ຢູ່ ນະຄອນ ​ແຣກຢາ ​ແຂວງ​ກຽນ​ຢາງ. ລາຍການ​ດັ່ງກ່າວ​ຖືກ​ຈັດ​ຂຶ້ນ​ເພື່ອ​ຫວນ​ຄືນ​ມູນ​ເຊື້ອ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ,​ ທະ​ເລ ​ແລະ ໝູ່​ເກາະ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ປະຊາຊົນ​ທາງ​ທິດ​ຕາ​​ເວັນ​ຕົກ​ພາກ​ໃຕ້ ຫວຽດນາມ ທີ່​ມີ​ຕໍ່​ພະນັກງານ,​ ນັກຮົບ ພວມ​ຮັກສາ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫວູວັນນີ​ງ ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ຊີ້​ແຈງ​ວ່າ: ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ ​ແມ່ນ​ພາກສ່ວນ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ, ມີ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ເສດ​ຖະກິດ ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ. ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ປົກ​ປັກ​ຮັກສາ​ທະ​ເລ ​ແລະ ໝູ່​ເກາະ ​ແລະ ​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຫວຽດນາມ ​ໄດ້​ປະກາດ​ໃຊ້​ຫລາຍ​ນະ​ໂຍບາຍ​ສຳຄັນ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເນັ້ນ​ຫນັກ​ວ່າ:

        “ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ກໍ່ສ້າງ​ບັນດາ​ເສັ້ນທາງ​ແຄມ​ທະ​ເລ, ລະບົບ​ທ່າ​ກຳ​ປັ່ນ, ທ່າ​ກຳ​ປັ່ນ​ນ້ຳ​ເລິກ​ທີ່​ມີ​ການ​ພົວພັນ​ຄ້າຂາຍ​ກັບ​ສາກົນ, ສະ​ເຫ​ນີບັນດາ​ກົນ​ໄກ​ພິ​ເສດ​ໃຫ້​ແກ່​ເຂດ​ທະ​ເລ, ໝູ່​ເກາະ ​ເປັນ​ຕົ້ນ​ແມ່ນ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ເມືອງ​ເກາະ ​ຟູກ​ວກ. ຄົ້ນ​ຄ້ວາ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ກົນ​ໄກ​ນະ​ໂຍບາຍ ​ເພື່ອ​ຮັບ​ມື​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ.”

 

 

ຂ່າວ/ບົດ​ອື່ນ