ການພົບປະແລກປ່ຽນສະແດງສິລະປະ ມາເລເຊຍ -ຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນຊາດ ມາເລເຊຍ (31/8/1957-31/8/2017), ແລະ 72 ປີແຫ່ງວັນຊາດ ຫວຽດນາມ (2/9/1945-2/9/2017), ຕອນຄ່ຳວັນທີ 29 ສິງຫາ ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ສົມທົບກັບ ສະຖານທູດ ມາເລເຊຍ ປະຈຳຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະ ມາເລເຊຍ -ຫວຽດນາມ.
ການພົບປະແລກປ່ຽນສະແດງສິລະປະ ມາເລເຊຍ -ຫວຽດນາມ - ảnh 1 ລາຍການສິລະປະ ມາເລເຊຍ - ຫວຽດນາມ

ກ່າວເປີດລາຍການ, ທ່ານ ໂດນຕວນຟອງ, ຮອງປະທານ ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຕີລາຄາຂໍ້ລິເລີ່ມຂອງ ສະຖານທູດ ມາເລເຊຍ ຢູ່ ຫວຽດນາມ ດ້ວຍການຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະລະຫວ່າງສອງປະເທດ. ທ່ານ ໂດນຕວນຟອງ ຖືວ່າ ການຢ້ຽມຢາມ ແລະ ສະແດງສິລະປະຂອງກອງສິລະປະກອນ ມາຈາກ ມາເລເຊຍ ຈະປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນ, ຄວາມເຂົ້າອົກເຂົ້າໃຈ ແລະນ້ຳໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນ ມາເລເຊຍ, ຈາກນັ້ນ ປະກອບສ່ວນເຂົ້າໃນການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ