ການພົບປະແລກປ່ຽນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ,ແບບແຜນປະທານ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 12/5, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ສົມທົບກັນຈັດຕັ້ງງານພົບປະແລກປ່ຽນບັນດາແບບຢ່າງດີເດັ່ນກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ 2016 -2017. 
 
ການພົບປະແລກປ່ຽນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ,ແບບແຜນປະທານ ໂຮ່ຈີມິນ - ảnh 1 ການພົບປະແລກປ່ຽນບັນດາແບບຢ່າງດີເດັ່ນ

ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານ ຫງວຽນເທ໋ກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ເຈີ່ນບີ່ງມິງ, ຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາແບບຢ່າງດີເດັ່ນເຂົ້າຮ່ວມ.

        ບັນດາຜູ້ແທນເຂົ້າຮ່ວມງານພົບປະແລກປ່ຽນຢູ່ໃນຂົງເຂດຕ່າງໆ. ອ້າຍຄູໜຸ່ມ ເຈີ່ນຫືວໂລກ, ຢູ່ມະຫາວິທະຍາໄລກະສິກຳ -  ປ່າໄມ້ ນະຄອນໂຮ່ຈີມິນ ມີບັນດາການຄົ້ນຄ້ວາແທດຈິງຊ່ວຍໃຫ້ຜູ້ລ້ຽງກຸ້ງ ຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະ 2010 -2013, ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ຮ່ຳຮຽນຈາກປະທານ ໂຮ່ຈີມິນ ກ່ຽວກັບແນວຄິດສາກົນ. ໃນວິວັດແຫ່ງການຄົ້ນຄ້ວາ, ເຮັດວຽກຂອງຕົນບໍ່ພຽງແຕ່ເຮັດວຽກກັບຊາວກະສິກອນ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດວຽກກັບຊາວກະສິກອນສາກົນອີກດ້ວຍ. ບໍ່ພຽງແຕ່ເຮັດວຽກກັບບັນດານັກວິທະຍາສາດ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດວຽກກັບບັນດານັກວິທະຍາສາດ, ບໍລິສັດ, ອົງການຄົ້ນຄ້ວາສາກົນອີກດ້ວຍ. ບົນພື້ນຖານນັ້ນ, ສ້າງການຮ່ວມສຳພັນຊ່ວຍກັນແບ່ງປັນຂໍ້ມູນຂ່າວສານວິທະຍາສາດ, ເຕັກໂນໂລຢີ, ນັບທັງແຫຼ່ງກຳລັງ, ຈາກນັ້ນຊ່ວຍພັດທະນາວິທະຍາສາດ.”

ຕອບກັບ

ຂ່າວ/ບົດ​ອື່ນ