ການ​ພົບ​ປະແຮກ​ສ່ຽວກຸ່ມ​ບ້ານຈະ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີມິດ​ຕະ​ພາບ ລ​ະ​ຫວ່າງລາວ-ຫວ​ຽດ​ນາມ

(VOVWORLD) -ວັນທີ 15 ຕຸລາ, ທີ່ນະຄອນຕາມກີ່, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມແລະ ແນວລາວສ້າງຊາດແຂວງເຊກອງ (ລາວ) ໄດ້ຈັດກອງປະຊຸມພົບປະເຈລະຈາ ປະຈຳປີ 2019.
ການ​ພົບ​ປະແຮກ​ສ່ຽວກຸ່ມ​ບ້ານຈະ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີມິດ​ຕະ​ພາບ ລ​ະ​ຫວ່າງລາວ-ຫວ​ຽດ​ນາມ - ảnh 1ກອງປະຊຸມພົບປະເຈລະຈາ ປະຈຳປີ 2019 ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມແລະ ແນວລາວສ້າງຊາດແຂວງເຊກອງ (ພາບ: daidoanket.vn)

ໂດຍການເປັນປະທານຮ່ວມຂອງ ທ່ານຫວໍຊວັນກາປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງກວ໋າງນາມ ແລະທ່ານນາງບຸນຮຽນບຸນຈິດປະທານແນວລາວສ້າງຊາດແຂວງເຊກອງ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ປຶກສາຫາລືແລກປ່ຽນບາງເນື້ອໃນສຳຄັນຄື: ສືບຕໍ່ສົມທົບກັນໂຄສະນາເຜີຍແຜ່, ປະຕິບັດອະນຸສັນຍາວ່າດ້ວຍເສັ້ນຊາຍແດນແລະຫຼັກໝາຍຊາຍແດນ; ຂົນຂວາຍປະຊາຊົນຢູ່ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມກັນ ຕັ້ງໜ້າພັດທະນາເສດຖະກິດ, ຫຼຸດຜ່ອນອັດຕາຄອບຄົວທຸກຍາກ; ສົມທົບກັນແກ້ໄຂບັນດາກໍລະນີສົມລົດທີ່ບໍ່ໄດ້ຈົດທະບຽນ, ປະຊາຊົນເຄື່ອນຍ້າຍແບບເສລີ ຢູ່ ເຂດຊາຍແດນ; ສົມທົບກັນໃນວຽກງານຊອກຄົ້ນຫາອັດຖິທະຫານ, ອາສາສະໝັກ ຫວຽດນາມທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວແລະທະຫານລາວທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ