ການ​ພົບ​ແລກ​ປ່ຽນ​ກັບ​ບັນ​ດາ​ຕົ​ວ​ແບບ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸມ​ສົມ​ບັດ, ແບບແຜນ ໂຮ່ຈີມິນ

(VOVWORLD) - ແຕ່ລະເລື່ອງລາວຂອງແຂກຖືກເຊີນໃນລາຍການລ້ວນແຕ່ແມ່ນບັນດາບົດຮຽນອັນລ້ຳຄ່າເພື່ອໃຫ້ແຕ່ລະຄົນເອົາເປັນແບບຢ່າງເພື່ອ ປັບປຸງຕົວເອງໃຫ້ດີກ່ວາອີກໃນວຽກງານການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນໃນໄລຍະຈະມາເຖິງ.
ການ​ພົບ​ແລກ​ປ່ຽນ​ກັບ​ບັນ​ດາ​ຕົ​ວ​ແບບ​ດີ​ເດັ່ນ​ໃນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸມ​ສົມ​ບັດ,  ແບບແຜນ ໂຮ່ຈີມິນ - ảnh 1 ແຂກຖືກເຊີນໃນລາຍການ

ຕອນຄ່ຳວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະ ໂຄສະນາ ສຶກສາ ສູນກາງໄດ້ຕັດຈັ້ງລາຍການພົບປະແລກປ່ຽນກັບບັນດາຕົວແທນດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸມສົມບັດ,  ແບບແຜນ ໂຮ່ຈີມິນກຸ່ມເຂດທາງທິດເໜືອປີ 2019. ແຕ່ລະເລື່ອງລາວຂອງແຂກຖືກເຊີນໃນລາຍການລ້ວນແຕ່ແມ່ນບັນດາບົດຮຽນອັນລ້ຳຄ່າເພື່ອໃຫ້ແຕ່ລະຄົນເອົາເປັນແບບຢ່າງເພື່ອ ປັບປຸງຕົວເອງໃຫ້ດີກ່ວາອີກໃນວຽກງານການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນໃນໄລຍະຈະມາເຖິງ. ໃນການພົບປະແລກປ່ຽນ, ທ່ານ ເລດຶກຮິງ ສາດສະດາຈານ, ອະດີດປະທານສະມາຄົມ ລະບົບປະສາດວິທະຍາ ຫວຽດນາມ, ໄດ້ແບ່ງປັນອະນຸສອນກ່ຽວກັບການພົບປະກັບປະທານ ໂຮ່ຈີມິນໃນວັນບຸນໄຫວ້ພະຈັນ ທຳອິດ ປີ 1945 ວ່າ:

        “ ປີ 1946 ປະທານໂຮ່ຈີມິນ ບອກສັ່ງໃຫ້ ຂະແໜງສາທາລະນະສຸກ ຕ້ອງສຸມແຮງກາຍໃສ່ບ່ອນເປື້ອນເພື່ອເຮັດໃຫ້ ສະອາດ, ສຸມແຮງກາຍເຂົ້າບ່ອນທີ່ມີຄວາມເຈັບປວດເພື່ອເຮັດໃຫ້ຄວາມເຈັບປວດບັນເທົາ, ແພດໝໍເໝືອນດັ່ງຜູ້ເປັນແມ່, ຕ້ອງຮັກແພງ ກັບປະຊາຊົນ, ບໍ່ໂອ້ອວດ, ຖືຕົວ. ບັນດາຄຳດັ່ງກ່າວນັບແຕ່ເວລາກ້າວເຂົ້າສູ່ຂະແໜງ ສາທາລະນະສຸກມາຮອດປັດຈຸບັນ ພວກຂ້າພະເຈົ້າຍັງຖືເປັນຄະຕິເຕືອນໃຈ, ດັ່ງນັ້ນ, ໃນການຮ່ຳຮຽນ, ອອກແຮງງານກໍ່ຄືໃນໄລຍະທີ່ໄປປະຕິບັດໜ້າທີ່, ພວກຂ້າພະເຈົ້າບໍ່ເຄີຍຄິດງໍ້ ວຽກງານໃດໆທີ່ໂຮງຮຽນ, ໂຮງໝໍ, ພັກ, ລັດຖະບານໄດ້ມອບໝາຍໃຫ້”

ຕອບກັບ

ຂ່າວ/ບົດ​ອື່ນ