ການ​ພົວ​ພັນ ສ.ເກົາຫຼີ - ຍີ່​ປຸ່ນ ໝັ້ນ​ໝາຍມີ​ການ​ເລີ່ມ​ຕົ້ນ​ໃໝ່

(VOVWORLD) - ວັນທີ 7 ພຶດສະພາ, ຢູ່ນະຄອນຫຼວງ ເຊີອຸນ, ສ.ເກົາຫຼີ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk – yeol ໄດ້ດຳເນີນການພົບປະສຸດຍອດ.
ການ​ພົວ​ພັນ ສ.ເກົາຫຼີ - ຍີ່​ປຸ່ນ ໝັ້ນ​ໝາຍມີ​ການ​ເລີ່ມ​ຕົ້ນ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk – yeol (ພາບ: Yonhap//TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງສິ້ນສຸດການພົບປະເຈລະຈາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໃຫ້ຮູ້ວ່າ ໃນການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີນຳກັນວ່າ ສ.ເກົາຫຼີ ແລະ ຍີ່ປຸ່ນ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ໃນບັນດາໂຄງການດຳເນີນງານກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ ແລະ ບັນດາບັນຫາທົ່ວໂລກ. ການນຳສອງທ່ານຢັ້ງຢືນວ່າ ການປັບປຸງສາຍພົວພັນ ສ.ເກົາຫຼີ - ຍີ່ປຸ່ນ ຈະນໍາມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ, ພ້ອມທັງເຫັນດີເປັນເອກະພາບຕໍ່ການພັດທະນາສາຍພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນອະນາຄົດ. ການນຳສອງທ່ານກໍຊົມເຊີຍການຮ່ວມມືຢ່າງຮອບດ້ານໃນຂົງເຂດຄວາມໝັ້ນຄົງ ແລະ ເສດຖະກິດ, ການຟື້ນຟູຢ່າງແຮງຂອງການພົບປະແລກປ່ຽນປະຊາຊົນລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ດ້ວຍຈຳນວນຜູ້ໄປມາຫາກັບລະຫວ່າງສອງປະເທດບັນລຸເກືອບ 2 ລ້ານເທື່ອຄົນ ໃນສະເພາະແຕ່ 3 ເດືອນຕົ້ນປີນີ້.

        ກ່ຽວກັບບັນຫາລູກສອນໄຟ ແລະ ນິວເຄຼຍ ຂອງ ສປປ.ເກົາຫຼີ. ການນຳສອງທ່ານເຫັນດີເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ສ.ເກົາຫຼີ - ຍີ່ປຸ່ນ ແລະ 3 ຝ່າຍ ສ.ເກົາຫຼີ - ຍີ່ປຸ່ນ - ອາເມລິກາ ເພື່ອແນໃສ່ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ. ສອງຝ່າຍກໍເຫັນດີກ່ຽວກັບຄວາມສຳຄັນຍຸດທະສາດຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ຄຳໝັ້ນສັນຍາໃນການເພີ່ມທະວີການສົມທົບກັນປະຕິບັດຍຸດທະສາດມະຫາສະໝຸດ ອິນເດຍ - ປາຊີຟິກຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ