ການພົວພັນ ຫວຽດນາມ - ອົດສະຕາລີ ສ່ອງແສງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຂອບຂະໜາດ, ຄຳໝັ້ນສັນຍາຢ່າງຍາວນານຂອງ 2 ປະເທດ

(VOVWORLD) - ໃນໄລຍະຈະມາເຖິງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຈະພັດທະນາໃຫ້ທຽບເທົ່າກັບຂອບຂະໜາດໃໝ່ຂອງການພົວພັນ 2 ຝ່າຍ.
ການພົວພັນ ຫວຽດນາມ - ອົດສະຕາລີ ສ່ອງແສງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຂອບຂະໜາດ, ຄຳໝັ້ນສັນຍາຢ່າງຍາວນານຂອງ 2 ປະເທດ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຮຸງເຕິມ ພົບປະກັບທ່ານລັດຖະມົນຕີທັງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ Tim Watts
(ພາບ: TTXVN)

        ວັນທີ 07 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຟ້າມຮຸງເຕິມ ໄດ້ພົບປະກັບທ່ານລັດຖະມົນຕີທັງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ Tim Watts, ຢູ່ສຳນັກງານລັດຖະສະພາ ອົດສະຕາລີ.

        ທ່ານລັດຖະມົນຕີທັງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ Tim Watts, ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຈະພັດທະນາໃຫ້ທຽບເທົ່າກັບຂອບຂະໜາດໃໝ່ຂອງການພົວພັນ 2 ຝ່າຍ. ຕາມທ່ານ Tim Watts ແລ້ວ, ໃນຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຂອງ ອົດສະຕາລີ, ໂດຍສະເພາະແມ່ນໃນຂົງເຂດ: ການຄ້າ, ການສຶກສາ, ສາທາລະນະສຸກ.

        ສ່ວນທ່ານເອກອັກຄະລັດຖະທູດ ຟ້າມຮຸ່ງເຕິມ ໃຫ້ຮູ້ວ່າ, ປີ 2024 ຫວຽດນາມ ຈະຈັດຫຼາຍຄະນະຜູ້ແທນທ້ອງຖິ່ນ ແລະ ວິສາຫະກິດໄປ ອົດສະຕາລີ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ. ທ່ານກໍ່ຍົກອອກບັນດາຂໍ້ສະເໜີລະອຽດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ການພົວພັນແລກປ່ຽນປະຊາຊົນ ກໍຄືຮ່ວມມືໃນບັນດາຂົງເຂດອື່ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ