ການພົວພັນ ຫວຽດນາມ - ອິນເດຍ ພັດທະນາດີງາມໃນໄລຍະ 50 ປີຜ່ານມາ

(VOVWORLD) - ຕາມບົດຂຽນແລ້ວ, ຈາກ “ການພົວພັນສອງຝ່າຍ” ຕະຫຼອດຮອດ “ຄູ່ຮ່ວມມືຍຸດທະສາດ” ແລະ ມາຮອດປະຈຸບັນແມ່ນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສອງປະເທດຍາມໃດກໍ່ມີການພົວພັນທາງການທູດທີ່ແໜ້ນແຟ້ນ.
ການພົວພັນ ຫວຽດນາມ - ອິນເດຍ ພັດທະນາດີງາມໃນໄລຍະ 50 ປີຜ່ານມາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານປະທານສະພາຕ່ຳ ອິນເດຍ Om Birla ເມື່ອເດືອນ ເມສາ 2022 (ພາບ: Doãn Tấn/TTXVN)

ສື່ເອເລັກໂຕນິກ The Moderndiplomacy.eu ຫາກໍ່ເອົາລົງບົດຂຽນຕີລາຄາກ່ຽວກັບການພົວພັນອັນດີງາມ ລະຫວ່າງ ຫວຽດນາມ - ອິນເດຍ ໃນ 50 ປີຜ່ານມາ. ຕາມບົດຂຽນແລ້ວ, ຈາກ “ການພົວພັນສອງຝ່າຍ” ຕະຫຼອດຮອດ “ຄູ່ຮ່ວມມືຍຸດທະສາດ” ແລະ ມາຮອດປະຈຸບັນແມ່ນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”, ສອງປະເທດຍາມໃດກໍ່ມີການພົວພັນທາງການທູດທີ່ແໜ້ນແຟ້ນ. ເຖິງວ່າ, ມີລະບົບການເມືອງທີ່ແຕກຕ່າງກັນກໍ່ຕາມ ແຕ່ກໍ່ມີການຢ້ຽມຢາມທາງການທູດຂັ້ນສູງຫຼາຍຄັ້ງ ແລະ ອິນເດຍ ນັບມື້ນັບສວມບົດບາດສຳຄັນສຳລັບ ຫວຽດນາມ, ສະໜັບສະໜູນພື້ນຖານເອກະລາດຊົນຊາດ ແລະ ໂຮມປະເທດຊາດເປັນເອກະພາບ ຫຼື ໃຫ້ຄຳໝັ້ນສັນຍາພັດທະນາພື້ນຖານການປ້ອງກັນປະເທດ ຫວຽດນາມ ໃນໄລຍະປະຈຸບັນ.  ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນສຳລັບ ອິນເດຍ.

        ອີກສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງ ອິນເດຍ - ຫວຽດນາມ ແມ່ນການຮ່ວມມືກ່ຽວກັບຍຸດທະສາດດ້ານເສດຖະກິດ  ແລະ ການເມືອງ. ທ່ານ Om Birla, ປະທານສະພາຕ່ຳ ໄດ້ເຕື້ອງເຖິງນັ້ນແມ່ນປາດຖະໜາຢາກຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງລະດັບ 15 ຕື້ USD ຈາກລະດັບ 13,2 ຕື້ USD ກ່ອນນັ້ນ, ພ້ອມທັງສະເໜີຄວາມປະທັບໃຈກ່ຽວກັບການພັດທະນາຂອງ ຫວຽດນາມ ໃນຫຼາຍຂົງເຂດເສດຖະກິດ. ກ່ຽວກັບແງ່ຫວັງການພົວພັນສອງຝ່າຍ, ສອງປະເທດພວມຜັນຂະຫຍາຍໂຄງການເຄື່ອນໄຫວ 2021 – 2023 ເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງ ແລະ ບັນດາຄຳໝັ້ນສັນຍາໃນການພົບປະທາງການ ແລະ ບັນດາການໂອ້ລົມທາງໂທລະສັບ.

ຕອບກັບ

ຂ່າວ/ບົດ​ອື່ນ