ການພົວພັນ ຫວຽດນາມ - ອິນເດຍ: ສະໜິດຕິດພັນນັບແຕ່ລວງເລິກທາງດ້ານວັດທະນະທຳ ຈົນເຖິງ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະດັບສູງ

(VOVWORLD) -  ຕອນຄ່ຳວັນທີ 20 ພະຈິກ, ທີ່ຫໍປະຊຸມສາກົນ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ ພ້ອມດ້ວຍສະມາຊິກໃນຄະນະຜູ້ແທນຂັ້ນສູງ ອິນເດຍຢ່າງສົມກຽດ.
ການພົວພັນ ຫວຽດນາມ - ອິນເດຍ: ສະໜິດຕິດພັນນັບແຕ່ລວງເລິກທາງດ້ານວັດທະນະທຳ ຈົນເຖິງ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະດັບສູງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ພັນລະຍາ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ

ກ່າວຄໍາເຫັນທີ່ງານລ້ຽງຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານປະທານາທິບໍດີ ອິນເດຍໃນຄັ້ງນີ້ ແມ່ນການສະແດງອອກຢ່າງມີຊີວິດຊີວາຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານອັນດີງາມ ລະຫວ່າງສອງຊາດ, ໄດ້ນຳເອົາໄມຕີຈິດ ມິດຕະພາບ ແລະ ຄວາມສະໜິດສະໜົມຮັກແພງຂອງລັດ ແລະ ປະຊາຊົນອິນເດຍ ມາສູ່ປະຊາຊົນ ຫວຽດນາມ.

“ຫວຽດນາມ ແລະ ອິນເດຍ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ໄດ້ເຊື່ອມຕໍ່ວັດທະນະທຳທີ່ມີປະຫັວດສາດ ເກືອບ 2000 ປີ. ທາດ ຈ່າມ ຢູ່ໝີເຊີນ ທີ່ທ່ານປະທານາທິບໍດີ ໄດ້ໄປຢ້ຽມຢາມນັ້ນແມ່ນໜຶ່ງໃນບັນດາສັນຍາລັກທີ່ມີຊີວິດຊີວາ ຂອງການພົວພັນແລກປ່ຽນວັດທະນະທຳ, ສາສະໜາ ແລະ ປະຫັວດສາດອັນຍາວນານ ຂອງສອງປະເທດ. 64 ປີ ກ່ອນໜ້ານີ້, ຢູ່ນະຄອນຫຼວງຮ່າໂນ້ຍ, ກໍ່ມີການພົບປະຄັ້ງປະຫັວດສາດ ລະຫວ່າງ ທ່ານນາຍົກລັດຖະມົນຕີ Jawarhalal Nehru ແລະ ທ່ານປະທານ ໂຮ່ຈີມິນ ອັນໄດ້ສ້າງພື້ນຖານອັນແໜ້ນໜາໃຫ້ແກ່ການພົວພັນສອງປະເທດ ໃນຍຸກປັດຈຸບັນ. ນັ້ນແມ່ນການພົວພັນທີ່ດີງາມທີ່ສຸດ “ທ້ອງຟ້າແຈ້ງສະຫວ່າງ” ຄືດັ່ງທ່ານອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ ເຄີຍກ່າວໄວ້.”

ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານາທິບໍດີ Ram Nath Kovind ໃຫ້ຮູ້ວ່າ ອິນເດຍ ຍາມໃດກໍ່ສະຫງວນຄວາມເຄົາລົບສູງສຸດ ສຳລັບປະຊາຊົນ ຫວຽດນາມ ຜູ້ອົງອາດກ້າແກ່ນ ແລະ ບໍ່ຍອມຈຳນົນ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍ ໄດ້ເຊື່ອມຕໍ່ກັນຄືກັບໜູ່ເພື່ອນ ແລະ ຄູ່ຮ່ວມມື.

“ນັບແຕ່ຊຸມວັນເດືອນປີ ຂອງພື້ນຖານຄວາມສີວິໄລ ເຜົ່າຈຳ ໃນອະດີດ ຈົນມາຮອດປັດຈຸບັນນີ້ ຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການພົວພັນ ອິນເດຍ - ຫວຽດນາມ ແມ່ນການພົວພັນທີ່ເປັນຕົວແທນໃຫ້ແກ່ຄວາມເຄົາລົບ, ເຊື່ອໝັ້ນເຊິ່ງກັນ ແລະ ກັນ ແລະ ມີເຈດຕະນາດີຕໍ່ກັນ. ມື້ນີ້ ພວກເຮົາໄດ້ໃຫ້ຄຳໝັ້ນສັນຍານຳກັນວ່າຈະສືບຕໍ່ເດີນຕາມເສັ້ນທາງນີ້ດ້ວຍຄວາມຕັດສິນໃຈ ແລະ ຈຸດປະສົງທີ່ສູງສົ່ງກວ່າເວລາໃດໝົດ. ປະຊາຊົນສອງປະເທດ ພວກເຮົາໄດ້ມີການແບ່ງປັນກັນຢ່າງຫຼວງຫຼາຍ ແຕ່ພວກເຮົາຄວນແລກປ່ຽນກັນໃຫ້ຫຼາຍຂຶ້ນຕື່ມ ອາດຈະແມ່ນດ້ານສິນຄ້າ, ອາຫານການກິນທີ່ຫຼາກຫຼາຍ ຫຼື ບັນດາເອກະລັກ ວັດທະນະທຳທີ່ເຕັມໄປດ້ວຍສີສັນຂອງ ສອງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ