ກ​ານ​ພົວ​ພັນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ມຸ່ງ​ໄປ​ເຖິງ​ລະ​ດັບ​ສູງ​ໃໝ່

(VOVWORLD) - ປີ 2023, ສອງປະເທດຈະສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ສອງປະເທດ ໄດ້ວາງຄາດໝາຍໃຫຍ່ທີ່ສຸດໃນການຊຸກຍູ້ການພົວພັນຄູ່ຮ່ວມມື, ໃນນັ້ນເປົ້າໝາຍຮອດປີ 2028, ວົງເງິນການຄ້າ ສອງຝ່າຍຈະບັນລຸ 15 ຕື້ USD.
ກ​ານ​ພົວ​ພັນ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ມຸ່ງ​ໄປ​ເຖິງ​ລະ​ດັບ​ສູງ​ໃໝ່ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ ຕອບຄຳຖາມຕໍ່ນັກຂ່າວ

ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດຢ້ຽມຢາມອິນໂດເນເຊຍທາງລັດຖະກິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນລະຫວ່າງວັນທີ 21 – 23 ທັນວາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນໂທງ ເນັ້ນໜັກວ່າ: ການຢ້ຽມຢາມໄດ້ສ້າງບາດກ້າວການພົວພັນສອງຝ່າຍ, ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບເຂົ້າລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ແທດຈິງເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງປະຊາຊົນສອງປະເທດ. ປີ 2023, ສອງປະເທດຈະສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ສອງປະເທດ ໄດ້ວາງຄາດໝາຍໃຫຍ່ທີ່ສຸດໃນການຊຸກຍູ້ການພົວພັນຄູ່ຮ່ວມມື, ໃນນັ້ນເປົ້າໝາຍຮອດປີ 2028, ວົງເງິນການຄ້າ ສອງຝ່າຍຈະບັນລຸ 15 ຕື້ USD. ທ່ານກ່າວວ່າ:

ການຢ້ຽມຢາມຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການສ້າງຕັ້ງລະຫວ່າງສອງປະເທດ ໃຫ້ຫຼາຍກ່ວາອີກ ແລະ ກໍ່ສະແດງໃຫ້ເຫັນບົດບາດຍຸດທະສາດສຳຄັນໃນການພົວພັນລະຫວ່າງສອງປະເທດ. ໃນການຢ້ຽມຢາມຄັ້ງນີ້, ສອງປະເທດກໍ່ຈະດຳເນີນການເຊັນບາງເອກະສານສຳຄັນ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່ວາອີກ. ໃນໄລຍະຈະມາເຖິງ ສອງປະເທດຈະສືບຕໍ່ສະແດງໃຫ້ເຫັນຄວາມຕັດສິນໃຈເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດນີ້ໃຫ້ເລິກເຊິ່ງກ່ວາອີກ. ກ່ຽວກັບດ້ານການເມືອງ ແລະ ຄວາມໝັ້ນຄົງ, ສອງປະເທດ ຈະສືບຕໍ່ເພີ່ມທະວີການພົບປະລະຫວ່າງການນຳສອງປະເທດໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ