ການພົວພັນ ອັງກິດ-ອີຣານ ນັບມື້ນັບຂີ້ຮ້າຍໄປ

ການພົວພັນ ອັງກິດ-ອີຣານ ນັບມື້ນັບຂີ້ຮ້າຍໄປ - ảnh 1
( ພາບ : http://dantri.com.vn )

ວັນທີ 29/11ຊາວ​ອີຣານຫຼາຍ​ຄົນ ຊຶ່ງ​ຕົ້ນ​ຕໍ່​ແມ່ນ​ນັກ​ສຶກສາ ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຕໍ່ໜ້າ​ສະຖານ​ທູດ​ອັງກິດ​​ໃນ​ນະຄອນຫຼວງ ​ເຕ​ເຮຣານ. ບັນ ດາຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປະ​ທະ​ກັນ​ກັບ​ກຳລັງ​ຕຳຫຼວດ ກ່ອນ​ທີ່​ມີ​ບຸກຄົນ​ຈຳ ນວນ​ໜຶ່ງບຸກ​ເຂົ້າ​​ໃນສະຖານທູດ. ການ​ແຫ່​ຂະ​ບວນປະ​ທ້ວງ​​ໄດ້​ດຳ​ເນີນ​ພາຍຫຼັງ​ທີ່ ສະພາ​ຕິດຕາມ​ກວດກາ ອີຣານ ຮັບຮອງ​ເອົາ​ຂໍ້​ຕົກລົງ​ຫຼຸດ​ລະດັບ​ການ​ພົວພັນ​ດ້ານ​ການ​ທູດ​ກັບ​ອັງກິດ ​ແນ່​ໃສ່​ຕອບ​ໂຕ້​ເລື່ອງ ບັນດາ​ປະ​ເທດ: ອາ​ເມ​ລິ​ກາ, ອັງກິດ ​ແລະ ກາ​ນາ​ດາ  ປະກາດ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່ຕ້ານ ອີຣານ.

   ​ໃນ​ທັນທີ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ uyliam hago ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸ່ນ​ແຮງ​ຕໍ່​ການ​ກະທຳ​ນີ້ ​ແລະ ກ່າວ​ເຕືອນ​ວ່າ ອີຣານ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຜົນ​ຮ້າຍ​ຢ່າງ​ໜັກ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ສວ່ນ ສປຊ, EU, ອາ​ເມ​ລິ​ກາ ກໍ່​ໄດ້​ກ່າວ​ຕຳ​ນິຕິ​ຕຽນ​ຕໍ​ການ​ບຸກ​ໂຈມ​ຕີ​ສະຖານທູດ ອັງກິດ.
ຂ່າວ/ບົດ​ອື່ນ