ການພົວພັນ ອິນເດຍ - ປາກິດສະຖານ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມ

ການພົວພັນ ອິນເດຍ - ປາກິດສະຖານ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມ - ảnh 1
ຝ່າຍ ອິນ​ເດຍ ກໍ່​ໄດ້​ກ່າວ​ຫາ​ບັນດາ​ກຳລັງ ປະ​ກິດ​ສະຖານ ​ໄດ້​ເຂັ່ນຂ້າ​ທະຫານ​ 2 ຄົນ​ຂອງ​ປະ​ເທດ​ນີ້​ທີ່​ພວມຕັ້ງ​ທັບຢູ່​ເຂດ Kashmir
(ພາບປະກອບ)

(vovworld) - ວັນ​ທີ 11/1, ກະຊວງ​ການ​ຕ່າງປະ​ເທດ ປາ​ກິດ​ສະຖານ ​ໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ​ປະ​ເທດ​ນີ້ມາ ​ເພື່ອ ຄັດຄ້ານ​​ການ​ບຸກ​ໂຈມ​ຕີຕ່າງໆ ​ໂດຍ “ບໍ່​ມີ​ເຫດຜົນ ​ແລະ ບໍ່​ສາມາດ​ຮັບ​ຮູ້​ໄດ້” ຂອງ​ບັນດາ​ທະຫານ ອິນ​ເດຍ ຢູ່​ເຂດ Kashmir ​​ເມື່ອ​ວັນ​ທີ 10/1 ​ເຮັດ​ໃຫ້​ທະຫານ​ ປະກິດ​ສະຖານ​ ຖືກ​ເສຍ​ຊີວິດ. ​ໃນ​ຂະນະ​ນັ້ນ, ​ໂຄສົກ​ຂອງ​ກອງທັບ ອິນ​ເດຍ ຖື​ວ່າ: ປະກິດ​ສະຖານ ​ໄດ້​ຍິງ​ປືນກ່ອນ ​ແລະ ທະຫານ ອິນ​ເດຍ  ​ໄດ້​ຍິງໂຕ້​ຕອບ. ຝ່າຍ ອິນ​ເດຍ ກໍ່​ໄດ້​ກ່າວ​ຫາ​ບັນດາ​ກຳລັງ ປະ​ກິດ​ສະຖານ ​ໄດ້​ເຂັ່ນຂ້າ​ທະຫານ​ 2 ຄົນ​ຂອງ​ປະ​ເທດ​ນີ້​ທີ່​ພວມຕັ້ງ​ທັບຢູ່​ເຂດ Kashmir ​​ເມື່ອ​ວັນ​ທີ 8/1, ​ແຕ່​ວ່າ​ຝ່າຍ Islamabad ​ໄດ້​ປະຕິ​ເສດ​ການ​ກ່ານ​ຫາ​ນີ້.

        ​ເຂດ Kashmir ສັງກັດ​ສາຍພູ Himalaya, ນອນ​ລະຫວ່າງ​ຊາຍ​ແດນ ອິນ​ເດຍ ​ແລະ ປາ​ກິດ​ສະຖານ ​ເຊິ່ງທັງ 2 ປະ​ເທດ​ລ້ວນ​ແຕ່​ຖະ​ແຫຼ​ງອະທິປະ​ໄຕ. ນີ້​ແມ່ນ​ເຫດຜົນ​ພາ​ໃຫ້​ເກີ​ດ ການ​ປະ​ທະ​ກັນ 2 ຄັ້ງ​​ລະຫວ່າງ 2 ປະ​ເທດ​ບ້ານ​​ໄກ້​ເຮືອງ​ຄຽງ​ນີ້ ນັບ​ແຕ່​ເມື່ອ​ຍາດ​ເອົາເອກະລາດ​ຈາກ ອັງກິດ ​​ໃນ​ປີ 1947. ນັບ​ແຕ່​ເດືອນ 11/2003, 2 ຝ່າຍປະຕິບັດຄຳ​ສັ່ງ​ຢຸດ​ຍິງ ຢູ່ Kashmir ​ແຕ່​ວ່າ​ບາງ​ເທື່ອ​ກໍ່​ເກີດ​ເຫດ​ປະ​ທະ​ກັນ.

ຂ່າວ/ບົດ​ອື່ນ