ການພົວພັນກັບສະຫະປະຊາຊາດຍາມໃດກໍ່ແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ

(VOVWORLD) -ທ່ານນາງເລທິຕວຽດມາຍເອກອັດຄະລັດຖະທູດວິສາບັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ , ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຕ່າງ ຢູ່ Geneva (ປະເທດສະວິດ), ໄດ້ມີການພົບປະກັບທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງການສະຫະປະຊາຊາດປະຈຳ Geneva ແລະ ຍື່ນສານຕາຕັ້ງຕໍ່ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃນຕອນບ່າຍ ວັນທີ 10 ກຸມພາ.
ການພົວພັນກັບສະຫະປະຊາຊາດຍາມໃດກໍ່ແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ - ảnh 1ທ່ານນາງເລທິຕວຽດມາຍເອກອັດຄະລັດຖະທູດວິສາບັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຍື່ນສານຕາຕັ້ງຕໍ່ ທ່ານນາງ Tatiana Valovaya ຜູ້ອຳນວຍການໃຫຍ່ຫ້ອງການສະຫະປະຊາຊາດປະຈຳ Geneva  (ພາບ: TTXVN)

ໃນການແລກປ່ຽນກັບທ່ານນາງ ເລທິຕວຽດມາຍ, ຜູ້ອຳນວຍການໃຫຍ່ Tatiana Valovaya ຕີລາຄາສູງບົດບາດ ແລະ ການຮ່ວມມື ຂອງ ຫວຽດນາມກັບ ສະຫະປະຊາຊາດໃນຫຼາຍຂົງເຂດແຕກຕ່າງກັນ ແລະ ສະແດງຄວາມປາຖະໜາວ່າໃນອາຍຸການຂອງທ່ານນາງເອກອັກຄະລັດຖະທູດ, ຫວຽດນາມຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງຢູ່ບັນດາເວທີປາໄສການເຄື່ອນໄຫວຂອງ ສະຫະປະຊາຊາດປະຈຳ Geneva, ຊຸກຍູ້ການພົວພັນລະຫວ່າງບັນດາເວທີປາໄສ ສະຫະປະຊາຊາດ ແລະ ສະມາຄົມບັນດາປະເທດ ອາຊຽນ ໃນຖານະເປັນປະທານອາຊຽນປີ 2020, ເພື່ອເປົ້າໝາຍແຫ່ງສັນຕິພາບສະຖຽນລະພາບ, ພັດທະນາຢ່າງໝັ້ນຄົງ ແລະ ວັດທະນະຖາວອນລວມໃຫ້ທັງໝົດບັນດາປະຊາຊາດ.

ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ເລທິຕວຽດມາຍ ຢັ້ງຢືນວ່າ ການພົວພັນກັບສະຫະປະຊາຊາດຍາມໃດກໍ່ແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ຫວຽດນາມ ຍາມໃດກໍ່ມີຄວາມມານະພະຍາຍາມເພຶ່ອກາຍເປັນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນບັນດາເຄື່ອນໄຫວຂອງສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນຕ່າງໆ, ຊຸກຍູ້ການຮ່ວມມືລະຫວ່າງ ສະຫະປະຊາຊາດ ແລະ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ