ການພົວພັນກຳປູເຈຍ-ຫວຽດນາມຍບາມໃດກໍ່ສະໜິດຕິດພັນ

ການພົວພັນກຳປູເຈຍ-ຫວຽດນາມຍບາມໃດກໍ່ສະໜິດຕິດພັນ - ảnh 1
ທ່ານ​ນາງ​ ຫງວຽນ​ທິກິມ​ເງິນ
ພົບ​ປະ​ເຈລະຈາ​ກັບ​ ທ່ານ​ Sandech Hunsen

(vovworld) - ຕອນ​ບ່າຍ​ວັນ​ທີ 20/12 ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Sandech Hunsen ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ຊົມ​ເຊີຍ​ບັນດາ​ໝາ​ກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ​ແລະ ສະ​ແດງ​ຄວາມປິ​ຕິ​ຊົມຊື່ນຕໍ່​ການ​ພົວພັນ “ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ຍືນ​ຍົງ​ຍາວ​ນານ​” ລະຫວ່າງ 2 ປະ​ເທດ ​ໄດ​້ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາງ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​​ເນັ້ນໜັກ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ​ ຍາມ​ໃດ​ກໍ່​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ​ພັກ, ປະຊາຊົນ ກຳປູ​ເຈຍ ​ແລະ ປາດ​ຖະໜາ​ວ່າ ກຳປູ​ເຈຍ ຈະ​ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫລວງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນ​ຕາ​ແສງ​ປີ 2017 ​ແລະ ການ​ເລືອກ​ຕັ້ງ​ສະພາ​ແຫ່​ງຊາດ​ປີ 2018. ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Sandech Hunsen ຂອບ​ອົກ​ຂອບ​ໃຈ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສະໜັບ​ສະ​ໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ດ້ານ​ນິຕິ​ກຳ​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ. ​​ໃນ​ຍາມ ​ປະສົບ​ກັບຄວາມ​ຫຍຸ້ງຍາກ 2 ປະ​ເທດ ຍາມ​ໃດ​ກໍ່​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່​ນຳ​ກັນ, ມາ​ໃນ​ປະຈຸ​ບັນ ​ເຖິງ​ວ່າ​ໂລກ​ມີ​ການ​ຜັນ​ແປຫລາຍ​ຢ່າງກໍ່ຕາມ, ​ແຕ່ການ​ພົວພັນລະຫວ່າງ 2 ປະ​ເທດ​ຍາມ​ໃດ​ກໍ່​ຍັງ​ສະໜິດ​ຕິດ​ພັນ, ບໍ່​ປະ​ໃຫ້ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ມາ​ແບ່ງ​ແຍກ​ການ​ພົວພັນ​ນັ້ນ. ດ້ວຍ​ບົດ​ບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ ທ່ານ​ນາຍົກລັດຖະມົນຕີ Sandech Hunsen ຢືນຢັນ​ວ່າ​ຈະ​ສຶກສາ​ອົບຮົມ​ລຸ້ນໜຸ່ມ​ໃຫ້​​ເຂົ້າ​ໃຈ​​ແຈ້ງກ່ຽວ​ກັບຄຸນຄ່າ​ເປັນ​ຕາຍ​ຂອງ 2 ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ ​.

 

 

 

ຂ່າວ/ບົດ​ອື່ນ