ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ ຟີ​ລິບ​ປິນ ມີ​ການ​ພັດ​ທະ​ນາ​ຢ່າ​ງ​ຕັ້ງ​ໜ້າ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງລັດຖະບານ ຟີລິບປິນ.
ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ ຟີ​ລິບ​ປິນ ມີ​ການ​ພັດ​ທະ​ນາ​ຢ່າ​ງ​ຕັ້ງ​ໜ້າ - ảnh 1ການພົບປະລະຫວ່າງສອງຝ່າຍ

ໃນຂອບເຂດການຢ້ຽມຢາມ ກຳປູເຈຍຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນບ່າຍວັນທີ 9 ພະຈິກ, ຢູ່ ພະນົມເປັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique Manalo. ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງທຸກຂັ້ນ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຜົນສຳເລັດຂອງການຢ້ຽມຢາມຫວຽດນາມ ທີ່ຈະມາເຖິງຂອງທ່ານປະທານາທາບໍດີ Ferdinand Romualdez Marcos. ລັດຖະມົນຕີສອງທ່ານເນັ້ນໜັກວ່າ ຈຳເປັນຕ້ອງເຊື່ອມຕໍ່ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຄືນໃໝ່, ໃນນັ້ນ ສອງປະເທດຄວນຈັດຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຄັ້ງທີ 10 ໂດຍໄວ, ມານະພະຍາຍາມຜັນຂະຫຍາຍບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ຮັບການລົງນາມແລ້ວ ຢ່າງມີປະສິດທິຜົນ, ໃນນັ້ນມີໂຄງການກະທຳຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ ໄລຍະ 2019 – 2024, ສືບຕໍ່ມີມາດຕະການແນໃສ່ຊຸກຍູ້ການແລກປ່ຽນການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ, ຈຳກັດການຈັດວາງບັນດາຮົ້ວກີດຂວາງທາງການຄ້າ ຕໍ່ສິນຄ້າຂອງສອງປະເທດ.

ທ່ານລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງລັດຖະບານ ຟີລິບປິນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນການເດີນເຮືອ ແລະ ຈະຈັດກອງປະຊຸມກຸ່ມປະຕິບັດການຮ່ວມມືກ່ຽວກັບທະເລ ແລະ ມະຫາສະມຸດທະເລ ໂດຍໄວ. ສອງຝ່າຍກໍ່ແບ່ງປັນຄວາມຈຳເປັນຢ່າງແທດຈິງໃນການເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ຫັນເປັນດີຈີຕອນ, ການຄ້າເອເລັກໂຕນິກ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ເພີ່ມທະວີການແລກປ່ຽນ, ປຶກສາຫາລື, ພ້ອມກັນສືບຕໍ່ປັບປຸງຄວາມສາມັກຄີ, ກຳລັງແຮງ ແລະ ບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ