ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ

(VOVWORLD) - ພ້ອມກັບການພົວພັນດ້ານການເມືອງອັນດີງາມ, ການພົວພັນດ້ານເສດຖະກິດ, ການຄ້າລ້ວນແຕ່ບັນລຸລະດັບເຕີບໂຕກະໂດດຂັ້ນ.
ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ - ảnh 1 (ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ)

        ວັນທີ 27 ມິຖຸນາ, ຫວຽດນາມ ແລະ ອິນໂດເນເຊຍ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (27 ມິຖຸນາ 2013 – 27 ມິຖຸນາ 2023). ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ອິນໂດເນເຊຍ ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ຢືນຢັນວ່າ, ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະພັດທະນາຍິ່ງກວ່າເວລາໃດໝົດ.

        ພ້ອມກັບການພົວພັນດ້ານການເມືອງອັນດີງາມ, ການພົວພັນດ້ານເສດຖະກິດ, ການຄ້າລ້ວນແຕ່ບັນລຸລະດັບເຕີບໂຕກະໂດດຂັ້ນ. ການຄ້າ 2 ສົ້ນໃນໄລຍະ 10 ປີຜ່ານມາ ເພີ່ມຂຶ້ນທົບ 3 ເທົ່າ (ຈາກ 4,8 ຕື້ USD ປີ 2013 ຂຶ້ນກວ່າ 14 ຕື້ USD ປີ 2022).

        ໃນໄລຍະຈະມາເຖິງ, ຄະນະກຳມະການປະສົມຂອງ 2 ປະເທດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າຈະຈັດກອງປະຊຸມຄັ້ງທີ 4 ຢູ່ ຈາກາກຕາ ເພື່ອຍົກອອກບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ແລະ ການຄ້າໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ສູ້ຊົນບັນລຸເປົ້າໝາຍດ້ານການຄ້າ 2 ສົ້ນໃຫ້ຂຶ້ນເຖິງກວ່າ 15 ຕື້ USD ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ