ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ພັດທະນາເຂັ້ມແຂງ, ຮອບດ້ານ ແລະ ແທດຈິງ

(VOVWORLD) - ຫວຽດນາມ ແລະ ຍີ່ປຸ່ນ ສ້າງຕັ້ງການພົວພັນທາງການທູດເມື່ອເດືອນກັນຍາ ປີ 1973. ໃນຕະຫຼອດ 45 ປີທີ່ຜ່ານມາ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືນັບມື້ນັບສຳຄັນຂອງກັນໃນຫຼາຍຂົງເຂດ. 
ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ ພັດທະນາເຂັ້ມແຂງ, ຮອບດ້ານ ແລະ ແທດຈິງ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

ຄວາມສາມາດບົ່ມຊ້ອນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືໃນບັນດາຂົງເຂດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຍັງໃຫຍ່ຫຼວງຢູ່ຍ້ອນ 2 ປະເທດມີຫຼາຍທ່າແຮງທີ່ສາມາດເພີ່ມເຕີມ, ໜູນຊ່ວຍນຳກັນພ້ອມກັນພັດທະນາ. ເມື່ອຕອບສຳພາດຕໍ່ໜັງສືພິມ Yomiuri (ປະເທດຍີ່ປຸ່ນ), ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ  ໃຫ້ຮູ້ວ່າ: ຫວຽດນາມ ແລະ ຍີ່ປຸ່ນ ສ້າງຕັ້ງການພົວພັນທາງການທູດເມື່ອເດືອນກັນຍາ ປີ 1973. ໃນຕະຫຼອດ 45 ປີທີ່ຜ່ານມາ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືນັບມື້ນັບສຳຄັນຂອງກັນໃນຫຼາຍຂົງເຂດ. ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ” (ເດືອນ ມີນາ 2014), ການພົວພັນ ຫວຽດນາມ - ຍີ່ປຸ່ນ ມີບັນດາບາດກ້າວພັດທະນາຢ່າງເຂັ້ມແຂງ, ຮອບດ້ານ ແລະ ແທດຈິງ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ໃນທ່ວງທ່າການຮ່ວມມືເສດຖະກິດອັນດີງາມໃນປະຈຸບັນ, 2 ປະເທດຈະມານະພະຍາຍາມເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະປະເທດ, ຊຸກຍູ້ການຮ່ວມສຳພັນລະຫວ່າງ 2 ພື້ນຖານເສດຖະກິດຜ່ານການເພີ່ມທະວີການຮ່ວມມືກ່ຽວກັບ ODA (ໜູນຊ່ວຍພັດທະນາທາງການ), ການຄ້າ, ການລົງທຶນ. ຫວຽດນາມ ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຍີ່ປຸ່ນ ເພື່ອນຳໃຊ້ແຫຼ່ງທຶນ ODA ໃຫ້ມີປະສິດທິຜົນກ່ວາອີກ, ຜັນຂະຫຍາຍບັນດາກົນໄກຮ່ວມມືກ່ຽວກັບເສດຖະກິດລະຫວ່າງ 2 ປະເທດຢ່າງຕັ້ງໜ້າ.

        ຫວຽດນາມ ປາດຖະໜາວ່າ, ຍີ່ປຸ່ນ ລົງທຶນ, ຖ່າຍຖອດເຕັກໂນໂລຊີ ເຂົ້າ 6 ຂະແໜງອຸດສາຫະກຳບຸລິມະສິດໃນຍຸດທະສາດການຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ -ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດຮອດປີ 2030 ແມ່ນເອເລັກໂຕນິກ, ເຄື່ອງຈັກກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນ້ຳ, ຕໍ່ກ່ຳປັ່ນ, ສິ່ງແວດລ້ອມ ແລະ ປະຢັດພະລັງງານ, ຜະລິດລົດໂອໂຕ ແລະ ເຄື່ອງອາໄຫຼ່ລົດໂອໂຕ. ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ໍ່ສ້າງເງື່ອນໄຂສະດວກ ແລະ ສະພາບແວດລ້ອມສະດວກສະບາຍໃຫ້ບັນດານັກລົງທຶນ ຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ຍີ່ປຸ່ນ.

        ຕາມທ່ານປະທານປະເທດ ເຈີ່ນດ້າຍກວາງ ແລ້ວ, 2 ຝ່າຍກໍ່ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນອື່ນໆຄື: ການຮ່ວມມືກ່ຽວກັບແຮງງານ, ກະສິກຳປອດສານພິດ, ເຕັກໂນໂລຊີສູງ…

        ຫວຽດນາມ ພ້ອມກັບ ຍີ່ປຸ່ນ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ