​ການ​ພົວ​ພັນ​​ຄູ່​ຮ່ວມ​ມືດ້ານພະ​ລັງ​ງານ ຫວຽດ​ນາມ - ແດນ​ມາກ ໄລ​ຍະ 2020 – 2025

(VOVWORLD) - ໂຄງການ DEPP3 ລວມມູນຄ່າປະມານ 8,96 ລ້ານ USD ໂດຍເປັນທຶນຊ່ວຍເຫຼືອຫຼ້າ ODA, ດ້ວຍເປົ້າໝາຍສັງລວມແມ່ນໜູນຊ່ວຍ ຫວຽດນາມ ສ້າງຂັ້ນຕອນພັດທະນາ ກາກບອນຕ່ຳໃຫ້ແກ່ຂະແໜງພະລັງງານ.
​ການ​ພົວ​ພັນ​​ຄູ່​ຮ່ວມ​ມືດ້ານພະ​ລັງ​ງານ ຫວຽດ​ນາມ - ແດນ​ມາກ ໄລ​ຍະ 2020 – 2025 - ảnh 1(ພາບປະກອບ: TTXVN)

ໂຄງການຮ່ວມມື, ຄູ່ຮ່ວມມືດ້ານພະລັງງານ ຫວຽດນາມ - ແດນມາກ ໄລຍະ 2020 – 2025 (ເອີ້ນຫຍໍ້ວ່າ ໂຄງການ DEPP3) ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເປັນອົງການຄຸ້ມຄອງ ແລະ ກົມປະຢັດພະລັງງານ ແລະ ພັດທະນາແບບຍືນຍົງ ເປັນເຈົ້າຂອງໂຄງການ ໄດ້ຈັດກອງປະຊຸມຄະນະຊີ້ນຳຄັ້ງທີ 1 ໃນວັນທີ 19 ເມສາ ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງອານ ແລະ ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ Kim Hojlund Christensen.

        ໂຄງການດັ່ງກ່າວ ລວມມູນຄ່າປະມານ 8,96 ລ້ານ USD ໂດຍເປັນທຶນຊ່ວຍເຫຼືອຫຼ້າ ODA, ດ້ວຍເປົ້າໝາຍສັງລວມແມ່ນໜູນຊ່ວຍ ຫວຽດນາມ ສ້າງຂັ້ນຕອນພັດທະນາ ກາກບອນຕ່ຳໃຫ້ແກ່ຂະແໜງພະລັງງານ.

        ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ຈະສືບຕໍ່ສົມທົບກັບກົມພະລັງງານ ແດນມາກ ແລະ ສະຖານທູດ ແດນມາກ ຜັນຂະຫຍາຍປະຕິບັດແຜນການປີ 2022 ຂອງໂຄງການ DEPP3 ຕາມເນື້ອໃນທີ່ໄດ້ອະນຸມັດຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ