ການ​ພົວ​ພັນ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ລະ​ຫວ່າງ ຫວ​ຽດ​ນາມ - ຍີ່​ປຸ່ນ ​ນັບ​ມື້​ນັບ​ພັດ​ທະ​ນາ

(VOVWORLD) - ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ວັນທີ 6 ສິງຫາ, ຄະນະປະຕິບັດງານຂອງຫ້ອງວ່າການລັດຖະບານໂດຍທ່ານ ມາຍຕ໊ຽນຢຸ໊ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Yoshihide Suga ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນແລະ ທ່ານນາງ Toshiko Abe ຮອງລັດຖະມົນຕີການຕ່າງປະເທດ.
ການ​ພົວ​ພັນ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ລະ​ຫວ່າງ ຫວ​ຽດ​ນາມ - ຍີ່​ປຸ່ນ ​ນັບ​ມື້​ນັບ​ພັດ​ທະ​ນາ - ảnh 1ທ່ານ ມາຍຕ໊ຽນຢຸ໊ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແລະ ທ່ານ Yoshihide Suga ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ 

ທ່ານ ມາຍຕ໊ຽນຢຸ໊ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແລະ ທ່ານ Yoshihide Suga ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນໄດ້ສະແດງຄວາມຊົມເຊີຍເມື່ອຫັນວ່າຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເຊິ່ງພວມມີການພັດທະນາຢ່າງດີງາມແລະເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົວພັນແລກປ່ຽນປະຊາຊົນພັດທະນາຢ່າງແຮງ.

        ທ່ານລັດຖະມົນຕີ ມາຍຕ໊ຽນຢຸ໊ງ ໃຫ້ຮູ້ວ່າ ຈຸດປະສົງການຢ້ຽມຢາມຂອງຄະນະປະຕິບັດງານແມ່ນເພື່ອແນໃສ່ປະຕິບັດໝາກຜົນຂອງການພົບປະເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດໃນວັນທີ 1 ກໍລະກົດ 2019 ແລະ ເລື່ອງ ຫວຽດນາມ ສະໜັບສະໜູນການຜັນຂະຫຍາຍຖະແຫຼງການ Osaka ກ່ຽວກັບວິວັດການເສດຖະກິດດີຈີຕອນໃນຂອບເຂດກອງປະຊຸມສຸດຍອດກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ (G20)ຢູ່ຍີ່ປຸ່ນເມື່ອເດືອນມິຖຸນາທີ່ຜ່ານມາ.

        ສ່ວນທ່ານ Yoshihide Suga ໃຫ້ຮູ້ວ່າ ໃນການພັດທະນາລັດຖະບານເອເລັກໂຕນິກ, ຍີ່ປຸ່ນຈະໜູນຊ່ວຍ ຫວຽດນາມ ຢ່າງຮອບດ້ານ. ຍີ່ປຸ່ນ ກໍ່ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນການພັດທະນາເສດຖະກິດ.

        ໃນການພົບປະກັບທ່ານນາງ Toshiko Abe ຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ, ທ່ານ ມາຍຕ໊ຽນຢຸ໊ງ ໄດ້ສະເໜີໃຫ້ກະຊວງການຕ່າງປະເທດ ຍີ່ປຸ່ນ ສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ແກ່ບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນຳສອງປະເທດໃນໄລຍະຈະມາເຖິງ, ສືບຕໍ່ຊຸກຍູ້ການຮ່ວມສຳພັນເສດຖະກິດ, ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ຊຸກຍູ້ການຮ່ວມມືໃນຂົງເຂດການປະຕິຮູບລະບຽບການບໍລິຫານ, ບຳລຸງສ້າງພະນັກງານຍຸດທະສາດ…

        ທ່ານນາງ Toshiko Abe ໄດ້ເນັ້ນໜັ້ກເຖິງການຢ້ຽມຢາມຂອງຄະນະປະຕິບັດງານວ່າ ຈະປະກອບສ່ວນຮັດແໜ້ນການພົວພັນອັນດີງາມລະຫວ່າງສອງປະເທດ. ຍີ່ປຸ່ນ ຈະສືບຕໍ່ສະໜອງການໜູນຊ່ວຍທາງເຕັກນິກ, ເພີ່ມທະວີການຮ່ວມມືເພື່ອພັດທະນາລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ