ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ພວມ​ພັດທະນາ​ຢ່າງ​ແຮງ​ກວ່າ​ເວລາ​ໃດໝົດ

(VOVWORLD) - “ອາເມລິກາ ໃຫ້ຄໍາໝັ້ນສັນຍາຈະມຸ່ງໄປສູ່ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ຜ່ານການເພີ່ມທະວີການຮ່ວມມືໃນບັນດາຂົງເຂດ...”.

ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ພວມ​ພັດທະນາ​ຢ່າງ​ແຮງ​ກວ່າ​ເວລາ​ໃດໝົດ - ảnh 1 ທ່ານ Reed Werner ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ (ພາບ:Defense.gov)

ເມື່ອຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດ ຫວຽດນາມ ແລະ ອາເມລິກາ ກະກຽມສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດ (11/07/1995 – 11/07/2020), ທ່ານ Reed Werner ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ເນັ້ນໜັກວ່າ: ວິກິດການ ໂຄວິດ - 19 ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນວ່າ ສອງປະເທດພວມມີສາຍພົວພັນຄູ່ຮ່ວມມືທີ່ດີ, ພ້ອມກັນຮ່ວມມື ແລະ ໜູນຊ່ວຍເຊິ່ງກັນແລະກັນ  ການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງມີຊີວິດຊີວາ, ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມທາງການທູດທີ່ປະສົບຜົນສໍາເລັດໃນຕະຫຼອດໄລຍະ 25 ປີ ຜ່ານມາ. ປັດຈຸບັນ, ການພົວພັນດ້ານປ້ອງກັນຊາດລະຫວ່າງ ອາເມລິກາ ແລະ ຫວຽດນາມ ແມ່ນພັດທະນາຢ່າງແຮງກວ່າເວລາໃດໝົດ. ທ່ານກ່າວວ່າ:

        “ອາເມລິກາ ໃຫ້ຄໍາໝັ້ນສັນຍາຈະມຸ່ງໄປສູ່ການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ຜ່ານການເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ຄວາມໝັ້ນຄົງໃນການເດີນເຮືອ, ບັນດາການເຄື່ອນໄຫວຮັກສາສັນຕິພາບ, ການໜູນຊ່ວຍມະນຸດສະທໍາ ແລະ ຫຼຸດຜ່ອນໄພທໍາມະຊາດ, ຮ່ວມມືດ້ານເສນາຮັກ ແລະ ກໍ່ສ້າງທະຫານ, ໜູນຊ່ວຍຫວຽດນາມ ສ້າງກໍາລັງຄວາມສາມາດໃນການປົກປັກຮັກສາອາທິປະໄຕ, ຮັບປະກັນໃຫ້ ຫວຽດນາມ ໄດ້ສໍາຜັດກັບບັນດາແຫຼ່ງຊັບພະຍາກອນທໍາມະຊາດຢູ່ທະເລຕາເວັນອອກ, ພ້ອມທັງປະກອບສ່ວນໃຫ້ແກ່ຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນ. ໂດຍສະເພາະແມ່ນ ຫວຽດນາມ ເປັນປະທານ ອາຊຽນ ໃນປີນີ້. ພວກຂ້າພະເຈົ້າຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງຫວຽດນາມ. ອາຊຽນ ແມ່ນພາກສ່ວນຫຼັກແຫຼ່ງ ແລະ ແມ່ນໃຈກາງໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຢ່າງເສລີ ແລະ ເປີດ ຂອງ ອາເມລິກາ”.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Reed Werner ຢັ້ງຢືນວ່າ: ອາເມລິກາ ມີຜົນປະໂຫຍດຫຼາຍຢ່າງໃນການຮັກສາສະຖຽນລະພາບຢູ່ທະເລຕາເວັນອອກ ກໍຄື ສໍາລັບການເຄົາລົບຂໍ້ກໍານົດກົດໝາຍຢູ່ພາກພື້ນນີ້. ທ່ານກໍໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ອາເມລິກາ ຈະສືບຕໍ່ສະແດງທັດສະນະຄັດຄ້ານການກະທໍາແບບບັງຄັບ, ພິເສດແມ່ນບັນດາການກະທໍາກໍ່ຄວາມວຸ້ນວາຍການເຄື່ອນໄຫວດ້ານເສດຖະກິດຂອງບັນດາປະເທດທີ່ໄດ້ຖະແຫຼງອະທິປະໄຕ ຢູ່ ທະເລຕາເວັນອອກຢ່າງຖືກຕ້ອງຕາມກົດໝາຍ. ອາເມລິກາ ຈະຈັດສົ່ງກໍາລັງທະຫານໃຫ້ມີໜ້າຢູ່ທະເລຕາເວັນອອກເປັນປົກກະຕິ, ດໍາເນີນບັນດາການເຄື່ອນໄຫວເດີນເຮືອຢ່າງເປັນປະຈໍາ ກໍຄືບັນດາການຝຶກຊ້ອມຢູ່ທະເລ ແລະ ຝຶກຊ້ອມພ້ອມກັບບັນດາຄູ່ຮ່ວມມື ແລະ ສໍາພັນທະມິດ. ພ້ອມທັງດໍາເນີນບັນດາການເຄື່ອນໄຫວລາດຕະເວນເປັນປະຈໍາໄລຍະຂອງເຮືອບິນຖີ້ມລູກລະເບີດຍຸດທະສາດຢູ່ພາກພື້ນ ປາຊີຟິກທາງທິດຕາເວັນຕົກ ແລະ ທະເລຕາເວັນອອກ ແລະ ສົມທົບກັບບັນດາສໍາພັນທະມິດ ແລະ ຄູ່ຮ່ວມມືຄື ຫວຽດນາມ ເພື່ອປົກປັກຮັກສາອະທິປະໄຕ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ຂໍ້ກໍານົດກົດໝາຍ ແລະ ປັບປຸງຄວາມໝັ້ນຄົງໃນການເດີນເຮືອ.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ