ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່​ຈະ​ຕ້ອງ​ຍົກ​​ຄຸນ​ນະ​ພາບ ແລະ​ປະ​ສິດ​ທິ​ຜົນ​ໃຫ້​ສູງ​ກ່​ວາ​ອີກ

(VOVWORLD) -ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຖືວ່າ ກອງປະຊຸມນີ້ ໄດ້ແຜ່ຂະຫຍາຍບັນຍາກາດແຫ່ງຄວາມພາກພູມໃຈ, ຄວາມຕັດສິນໃຈຢູ່ລະດັບສູງ ໃນທົ່ວຂະແໜງການທູດ ແລະ ບັນດາກຳລັງປະຕິບັດວຽກງານພົວພັນຕ່າງປະເທດພາຍໃນປະເທດ.
ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່​ຈະ​ຕ້ອງ​ຍົກ​​ຄຸນ​ນະ​ພາບ ແລະ​ປະ​ສິດ​ທິ​ຜົນ​ໃຫ້​ສູງ​ກ່​ວາ​ອີກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ

ກອງປະຊຸມການຕ່າງປະເທດຄັ້ງທີ 31 ໄດ້ອັດລົງໃນທ້າຍອາທິດຜ່ານມາ ດ້ວຍໝາກຜົນສຳຄັນຫຼາຍຢ່າງ. ໃນການເຮັດວຽກມາເປັນເວລາ 5 ວັນ, ດ້ວຍ 20 ວາລະປຶກສາຫາລື, ກອງປະຊຸມເພື່ອແນໃສ່ຍູ້ແຮງການປະຕິບັດແຜນນະໂຍບາຍ “ສ້າງພື້ນຖານວັດທະນະທຳຢ່າງຮອບດ້ານ, ທັນສະໄໝ ດ້ວຍ 3 ເສົາຄ້ຳແມ່ນ ການພົວພັນຕ່າງປະເທດພັກ, ການຕ່າງປະເທດລັດ ແລະ ການພົວພັນຕ່າງປະເທດປະຊາຊົນ” ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ວາງອອກ, ພ້ອມທັງກຳນົດບັນດາໜ້າທີ່ ເຊິ່ງຂະແໜງການຕ່າງປະເທດສືບຕໍ່ປະຕິບັດໃນໄລຍະຈະມາເຖິງ ດ້ວຍວິໄສທັດຮອດປີ 2030 – 2045. ໂດຍຕອບສຳພາດຕໍ່ນັກຂ່າວໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ຢັ້ງຢືນວ່າ:

ກອງປະຊຸມບັນລຸໄດ້ຄວາມເຫັນດີເປັນເອກະພາບຢູ່ລະດັບສູງໃນຄວາມຮັບຮູ້ ແລະ ຄວາມຕັດສິນໃຈຢ່າງສູງໃນການກະທຳ”. ຈິດໃຈລວມແມ່ນ: ສະພາບການໂລກມີການປ່ຽນແປງຫຼາຍຢ່າງ, ປະເທດເຮົາພວມມີທີ່ຕັ້ງ, ຄວາມສາມາດບົ່ມຊ້ອນ, ອິດທິພົນຊື່ສຽງສາກົນ ຢ່າງສະດວກໃໝ່, ຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງການນີ້ ແລະ ເປົ້າໝາຍພັດທະນາໃໝ່ຮອດປີ 2025, 2030 ແລະ ຕະຫຼອດຮອດກາງສະຕະວັດນີ້.

ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ຖືວ່າ ກອງປະຊຸມນີ້ ໄດ້ແຜ່ຂະຫຍາຍບັນຍາກາດແຫ່ງຄວາມພາກພູມໃຈ, ຄວາມຕັດສິນໃຈຢູ່ລະດັບສູງ ໃນທົ່ວຂະແໜງການທູດ ແລະ ບັນດາກຳລັງປະຕິບັດວຽກງານພົວພັນຕ່າງປະເທດພາຍໃນປະເທດ. ຄວາມຮັບຜິດຊອບໄປພ້ອມກັນກັບຄວາມເປັນກຽດ, ເອກອ້າງທະນົງໃຈ, ຂະແໜງການທູດສືບຕໍ່ເປັນເຈົ້າການ, ມີການແກ້ໄຂຕໍ່ການຜັນແປຍຸດທະສາດຂອງສະພາບແວດລ້ອມສາກົນ ແລະ ພາກພື້ນ ຢ່າງມີໄຫວພິບ, ຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງປະເທດຊາດ, ຊົນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ